ທ່ານ ຈ່ຽງ ຈາຍຕົງ ເອກອັກຄະລັດຖະທູດ ຈີນ ປະຈໍາລາວ ລົງເຄື່ອນໄຫວຢ້ຽມຢາມເຮັດວຽກຢູ່ພາກສະໜາມ ການດໍາເນີນງານທາງລົດໄຟລາວ-ຈີນ ແລະ ວຽກງານກະກຽມຂົນສົ່ງຜູ້ໂດຍສານຂ້າມແດນ

lmcchina.org, March 21, 2023
Size:

ໃນວັນທິ 08 ມີນາ 2023, ທ່ານ ຈ່ຽງ ຈາຍຕົງ ເອກອັກຄະລັດຖະທູດສປຈີນ ປະຈໍາສປປ ລາວ ໄດ້ລົງຢ້ຽມຢາມເຮັດວຽກຢູ່ພາກສະໜາມ  ການດໍາເນີນງານທາງລົດໄຟລາວ-ຈີນ ແລະ ວຽກງານກະກຽມການບໍລິການການຂົນສົ່ງຜູ້ໂດຍສານຂ້າມແດນ, ພ້ອມທັງພົບປະເຮັດວຽກກັບຄະນະນໍາແຂວງໆຫຼວງນໍ້າທາ, ຊຶ່ງເປັນແຂວງທີ່ເປັນດ່ານເຊື່ອມຕໍ່ດ່ານຊາຍແດນຕາມທາງລົດງໄຟ ລາວ-ຈີນ.

ຜ່ານການແນະນໍາ ຂອງ ທ່ານ ຢຸນ ໝິງຮາວ, ຮອງຜູ້ອໍານວຍການໃຫຍ່ ບໍລິສັດທາງລົດໄຟ ລາວ-ຈີນ, ທ່ານ ຕູ້ ຢົງຫຸ່ຍ ຫົວໜ້າສູນຄຸ້ມຄອງການບໍາລຸງຮັກສາ, ທ່ານ ຕ້າຍ ຈິງຮົວ ຫົວໜ້າສູນຄຸ້ມຄອງການດໍາເນີນງານ ໃຫ້ຮູ້ວ່າ ຜ່ານການເປີດໃຫ້ບໍລິການໜຶ່ງປີໃນໄລຍະຜ່ານມາ, ພະນັກງານທາງລົດໄຟ ລາວ-ຈີນ ທັງໝົດ ໄດ້ພ້ອມພາກັນຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈສໍາຄັນທີ່ການນໍາສອງພັກ ແລະ ລັດຖະບານຂັ້ນສູງ ເຫັນດີເປັນເອກະພາບກັນ, ໄດ້ພ້ອມກັນຜ່ານຜ່າບັນຫາສະພາບຝົກຕົກໜັກຢູ່ລາວ, ໂຄງລ່າງພື້ນຖານທີ່ອ່ອນແອ,ວຽກງານຊ້າລົງຍ້ອນການແພ່ລະບາດຂອງພະຍາດໂຄວິດ-19 ແລະ ຄວາມຫຍຸ້ງຍາກຕ່າງໆ, ໄດ້ຍຶດໝັ້ນການຖືເອົາຄວາມປອດໄພເປັນພື້ນຖານຫຼັກ, ຖືເອົາການສືບຕໍ່ຍົກລະດັບດ້ານປະສິດທິຜົນຂອງການດໍາເນິນງານເປັນແກນຫຼັກ, ພ້ອມກັນນັ້ນກໍຖືເອົາການພັດທະນາເຂດທາງຜ່ານເປັນເປົ້າໝາຍ, ດໍາເນີນການຝຶກອົບຮົມການບໍລິຫານການດໍາເນີນງານຢ່າງເປັນປົກກະຕິ, ໄດ້ຍາດເອົາຜົນງານທີ່ດີເດ່ັນທາງດ້ານການປ້ອງກັນຄວາມປອດໄພ, ເຮັດໃຫ້ທີມງານມີຄວາມໝັ້ນທ່ຽງ, ທັງໄດ້ຮັບຜົນສໍາເລັດດ້ານການບໍລິການຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າ. ໃນເດືອນ ມັງກອນ ຫາ ເດືອນ ກຸມພາ ປີນີ້່, ການຂົນສົ່ງຜູ້ໂດຍສານບັນລຸໄດ້ 413.700 ຄົນ, ຂົນສົ່ງສິນຄ້າໄດ້ 647.700 ໂຕນ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 256,2% ແລະ 320% ຕາມລໍາດັບ, ໃນແຕ່ລະມື້ສາມາດຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າໜຶ່ງໝຶື່ນຄົນ ແລະ ສາມາດຝຶກອົບຮົມພະນັກງານຄົນລາວທີ່ມີຄຸນວຸດທິພຽບພ້ອມໃນການເຂົ້າຮັບໜ້າທີ່ໄດ້ເກືອບ 600 ຄົນ, ໄດ້ເປັນການສ້າງເງື່ອນໄຂທີ່ດີໃຫ້ແກ່ການພັດທະນາເສດຖະກິດຂອງ ສປປ ລາວ ແລະ ການຮ່ວມມືລະຫວ່າງ ລາວ-ຈີນ, ທັງເປັນການຍົກລະດັບການເຊື່ອມຈອດເຊື່ອມໂຍງຂອງພາກພື້ນອີກດ້ວຍ.

ທ່ານ ຈ່ຽງຈາຍຕົງ ໄດ້ຕີລາຄາສູງຕໍ່ວຽກງານຂອງບໍລິສັດທາງລົດໄຟ ລາວ-ຈີນ, ສູນຄຸ້ມຄອງການດໍາເນີນງານ, ສູນຄຸ້ມຄອງການບໍາລຸງຮັກສາ ໂດຍໄດ້ຍົກໃຫ້ເຫັນເຖິງຜົນງານຕັ້ງໜ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫຼວງນໍ້າທາ, ພ້ອມທັງໄດ້ໃຫ້ຄໍາອວຍພອນອັນດີງາມຕໍ່ພະນັກງານແມ່ຍິງ ໃນໂອກາດວັນແມ່ຍິງສາກົນ. ທາງລົດໄຟລາວ-ຈີນ ແມ່ນໂຄງການທີ່ເປັນສັນຍາລັກ ຂອງການຮ່ວມສ້າງ ໜຶ່ງແລວ ໜຶ່ງເສັ້ນທາງ, ຫວັງວ່າສອງຝ່າຍ ລາວ-ຈີນ ຈະຮ່ວມແຮງຮ່ວມໃຈກັນພັດທະນາ, ເພື່ອຮັບປະກັນໃຫ້ການດຳເນີນງານທາງລົດໄຟປະສົບຜົນສໍາເລັດຢ່າງຈົບງາມ ແລະ ພັດທະນາໄປດ້ວຍປະສິດທິພາບທີ່ດີ, ສາມາດເປີດໃຫ້ການບໍລິການການຂົນສົ່ງຜູ້ໂດຍສານຂ້າມແດນໂດຍໄວ, ຕອບສະໜອງໄດ້ຄວາມຕ້ອງການຂອງການຮ່ວມມືລະຫວ່າງສອງປະເທດ ແລະ ການເດີນທາງໄປມາຫາສູ່ຂອງປະຊາຊົນໃນໄລຍະໃໝ່ ເພື່ອເປັນການປະກອບສ່ວນອັນໃໝ່ເຂົ້າໃນວຽກງານການສ້າງປະຊາຄົມຮ່ວມຊາຕາກໍາດຽວກັນ ລະຫວ່າງ ສອງຊາດ ລາວ-ຈີນ.

ທ່ານ ທອງຈັນ ແກ້ວປະເສີດ ຮອງເລຂາຄະນະພັກແຂວງ, ທັງເປັນຮອງເຈົ້າແຂວງໆຫຼວງນໍ້າທາ ກ່າວວ່າ: ສປປ ລາວ ໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍຈາກການຮ່ວມມື "ໜຶ່ງແລວ ໜຶ່ງເສັ້ນທາງ", ການເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ໄດ້ຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ຊຶ່ງກໍໄດ້ຮັບການສະໜັບສະໜູນ ແລະ ຕີລາຄາສູງຈາກປະຊາຊົນລາວ. ແຂວງຫຼວງນໍ້າທາມີທີ່ຕັ້ງເປັນດ່ານຊາຍແດນຂອງທາງລົດໄຟ ແລະ ແຂວງຫຼວງນໍ້າທາເອງ ກໍຈະສືບຕໍ່ໃຫ້ການສະໜັບສະໜູນແກ່ວຽກງານທາງລົດໄຟ, ຍິນດີໃຫ້ການຮ່ວມມືໃຫ້ແກ່ວຽກງານການກະກຽມການເປີດບໍລິການຂົນສົ່ງຜູ້ໂດຍສານຂ້າມແດນ.