10 ເຫດການໃຫຍ່ກ່ຽວກັບການຮ່ວມມື LM ປະຈຳປີ 2022

lmcchina.org, March 20, 2023
Size:

ວັນທີ 1 ມີນາ, ພິທີປະກາດ “10 ເຫດການໃຫຍ່ ກ່ຽວກັບການຮ່ວມມື LM ປະຈຳປີ 2022” ໄດ້ຈັດຂຶ້ນທີ່ເມືອງລີ້ຈ່ຽງ ແຂວງຢູນນານ, ເຊິ່ງດຳເນີນໄປພາຍໃຕ້ການສະໜັບສະໜູນ ແລະ ຊີ້ນຳຂອງກອງເລຂາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແຫ່ງ ສປ ຈີນ ແລະ ຈັດຕັ້ງປະຕິບັດຫຼັກໂດຍສູນເຜີຍແຜ່ຂໍ້ມູນຂ່າວສານອາຊີ-ປາຊິຟິກ ຂອງ ກົມພິມຈໍາໜ່າຍພາສາຕ່າງປະເທດແຫ່ງປະເທດຈີນ, ສູນເຜີຍແຜ່ຂໍ້ມູນຂ່າວສານສາກົນສຳລັບພາກພື້ນອາຊີໃຕ້-ອາຊີອາຄະເນ ແຂວງຢູນນານ, ມະຫາວິທະຍາໄລຢູນນານ ແລະ ຄະນະໂຄສະນາ-ເມືອງລີ້ຈ່ຽງ.


ຊາວໜຸ່ມທີ່ເຂົ້າຮ່ວມງານຂຽນຄຳອວຍພອນອັນປະເສີດຂອງຕົນປະໄວ້


ໃນງານດັ່ງກ່າວ ໄດ້ຄັດເລືອກເອົາຂ່າວສຳຄັນ 10 ເລື່ອງ ກ່ຽວກັບການຮ່ວມມື LM ປະຈຳປີ 2022, ນັ້ນກໍຄື 1. ວຽກງານການຕ່າງປະເທດລະຫວ່າງປະມຸກລັດໄດ້ວາງແຜນແມ່ບົດໃຫ້ແກ່ການຮ່ວມມື ແລະ ການພັດທະນາໃນພາກພື້ນ; 2. ການນຳຂັ້ນສູງລະຫວ່າງ 6 ປະເທດ LM ໄດ້ມີການໄປມາຫາສູ່ກັນຢ່າງສະໜິດແໜ້ນ, ການຮ່ວມມື LM ໄດ້ເລີ່ມກ້າວເຂົ້າສູ່ໄລຍະ ທອງຄໍາໃໝ່5 ປີ; 3. ການຮ່ວມມືດ້ານການແພດ ແລະ ສາທາລະນະສຸກໄດ້ຮັບການພັດທະນາຢ່າງເລິກເຊິ່ງ, ທັງໄດ້ຮ່ວມກັນຮັກສາຜົນປະໂຫຍດດ້ານສຸຂະພາບ; 4. ການເຊື່ອມຈອດເຊື່ອມໂຍງໄດ້ມີຄວາມຄືບໜ້າຢ່າງໜັກແໜ້ນ, ທາງລົດໄຟຈີນ-ລາວໄດ້ສະແດງປະສິດທິຜົນສູງຢ່າງພົ້ນເດັ່ນ; 5. ການຮ່ວມມືດ້ານເສດຖະກິດ-ການຄ້າມີທ່າຂະຫຍາຍຢ່າງແຂງແຮງ, ການອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງວ່ອງໄວ; 6. ການຮ່ວມມືດ້ານກະສິກຳໄດ້ຮັບການປະຕິບັດໃນຕົວຈິງຢ່າງເລິກເຊິ່ງ ເຊິ່ງໄດ້ປະກອບສ່ວນເຂົ້າໃນການສ້າງຄວາມຈະເລີນຮຸ່ງເຮືອງຂອງເສດຖະກິດໃນພາກພື້ນ; 7. ການຮ່ວມມືດ້ານຊັບພະຍາກອນນ້ຳໄດ້ຮັບການຊຸກຍູ້ຢ່າງຕໍ່ເນື່ອງ ເຊິ່ງໄດ້ພັກດັນການພັດທະນາແບບສີຂຽວຢູ່ບັນດາປະເທດ LM; 8. ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບຜົນປະໂຫຍດຫຼາຍຂຶ້ນກວ່າເກົ່າ, ປະຊາຊົນໄດ້ສ້າງສາ ແລະ ອາໄສຢູ່ບ້ານເມືອງທີ່ມີຄວາມສຸກຮ່ວມກັນ; 9. ການແລກປ່ຽນທາງດ້ານວັດທະນະທຳປາກົດມີຜົນງານພົ້ນເດັ່ນຢ່າງບໍ່ຢຸດຢັ້ງ ໄດ້ປະກອບສ່ວນເຂົ້າໃນການສ້າງຄວາມເຂົ້າໃຈກັນລະຫວ່າງປະຊາຊົນ; 10. ການແລກປ່ຽນລະຫວ່າງຊາວໜຸ່ມ ດຳເນີນໄປຢ່າງຟົດຟື້ນ ໄດ້ປະກອບສ່ວນກຳລັງແຮງຂອງໄວໜຸ່ມໃຫ້ແກ່ການຮ່ວມມື LM”. 

ໃນໄລຍະຈັດງານ, ຍັງໄດ້ຈັດ ງານວາງສະແດງໂປສເຕີ ແລະ ງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້ “ສາຍພົວພັນຮ່ວມແມ່ນ້ຳລຳດຽວ: ສະໜິດສະໜົມແບບຄອບຄົວດຽວກັນ” ກໍຄື ງານເປີດຕົວປຶ້ມໃໝ່ “ເຂົ້າໃຈການຮ່ວມມື LM ຢ່າງວ່ອງໄວ, ຊົມເຊີຍຕໍ່ໝາກຜົນອັນອຸດົມສົມບູນທີ່ຍາດມາໄດ້”. ນອກຈາກນີ້ແລ້ວ, ຍັງໄດ້ຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້ “ເພີ່ມກຳລັງຊີວິດໃໝ່ໃຫ້ແກ່ການຮ່ວມກັນສ້າງປະຊາຄົມຮ່ວມຊະຕາກຳຂອງບັນດາປະເທດ LM” , ເຊິ່ງບັນດາຊ່ຽວຊານ, ນັກປາດ ແລະ ຜູ້ຮັບຜິດຊອບຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ຈາກມະຫາວິທະຍາໄລຂອງປະເທດຈີນໄດ້ປະກອບຄຳຄິດເຫັນ ແລະ ຕີລາຄາຕໍ່ 10 ເຫດການດັ່ງກ່າວ, ທັງໄດ້ສະເໜີຄຳຄິດເຫັນ ກ່ຽວກັບຫົວຂໍ້ ການຮ່ວມມືທາງດ້ານຊັບພະຍາກອນນ້ຳ LM, ການຮ່ວມມືທາງດ້ານກະສິກຳ LM, ການຮ່ວມມືທາງດ້ານວຽກງານສິ່ງແວດລ້ອມ LM, ການແລກປ່ຽນ ແລະ ຮ່ວມມືລະຫວ່າງຊາວໜຸ່ມຂອງປະເທດ LM ແລະ ຫົວຂໍ້ອື່ນໆ. ໃນວັນດຽວກັນ, ຍັງໄດ້ຈັດກອງປະຊຸມ ສົນທະນາແລກປ່ຽນລະຫວ່າງ ຊາວໜຸ່ມ ຈາກບັນດາປະເທດ LM ພາຍໃຕ້ຫົວຂໍ້ “ຊາວໜຸ່ມຄວນປະກອບສ່ວນຂອງຕົນເຂົ້າໃນການຮ່ວມມື LM ແນວໃດ” ເຊິ່ງຜູ້ແທນຊາວໜຸ່ມຈາກ 6 ປະເທດ ຄື: ປະເທດຈີນ, ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມຕ່າງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບສິ່ງທີ່ໄດ້ພົບເຫັນ ແລະ ຄວາມຮູ້ສຶກຂອງຕົນໃນເວລາເຂົ້າຮ່ວມກິດຈະກຳ “ຊາວໜຸ່ມຈາກປະເທດ LM ລອງໄປສຳຜັດລີ້ຈ່ຽງ” ທີ່ຈັດຂຶ້ນໃນລະຫວ່າງວັນທີ 27- 28 ກຸມພາ, ທັງໄດ້ພ້ອມກັນສົນທະນາກ່ຽວກັບຂະບວນການສູ້ຊົນ ແລະ ທິດທາງກ້າວເດີນຂອງການຮ່ວມກັນສ້າງສາປະຊາຄົມຮ່ວມຊະຕາກຳປະເທດ LM ໂດຍສົມທົບກັບປະສົບການເຮັດວຽກໃນຂົງເຂດຂອງຕົນ.

ທ່ານ ຈົວເວີນຊິ່ງ (Zuo Wenxing), ທີ່ປຶກສາ ກົມອາຊີ, ກະຊວງການຕ່າງປະເທດ ສປ ຈີນ, ທ່ານ ນາງ Zin Mar Htwe, ອັກຄະລັດຖະທູດທີ່ປຶກສາຂອງ ສະຖານທູດມຽນມາ ປະຈຳ ສປ ຈີນ, ທ່ານ ນາງ ປາສຸພາ ຊິນວະຣາສຸພາກ, ທີ່ປຶກສາດ້ານການສຶກສາຊັ້ນສູງ, ວິທະຍາສາດ, ການຄົ້ນຄວ້າ ແລະ ນະວັດຕະກໍາ ຂອງສະຖານທູດລາຊະອານາຈັກໄທປະຈຳ ສປ ຈີນ ໄດ້ຂຶ້ນກ່າວຄຳເຫັນໃນງານ ດັ່ງກ່າວ.