ຫວຽດນາມຈັດພິທີຕ້ອນຮັບນັກທ່ອງທ່ຽວຈີນຢ່າງຄຶກຄື້ນ

CRI, March 20, 2023
Size:

ຕາມຂ່າວCRI: ກຸ່ມນັກທ່ອງທ່ຽວຈີນຈຳນວນ 120 ຄົນໄດ້ເດີນທາງໄປຮອດຫວຽດນາມໃນຕອນບ່າຍວັນທີ 15 ມີນານີ້, ກາຍເປັນກຸ່ມນັກທ່ອງທ່ຽວຈີນທີ່ເດີນທາງໄປຮອດຫວຽດນາມໂດຍຜ່ານດ່ານທາງບົກງວດທຳອິດພາຍຫຼັງຈີນໄດ້ທົດລອງຟື້ນຟູການອອກໄປທ່ຽວຢູ່ຕ່າງປະເທດແບບເປັນກຸ່ມ.


ຢູ່ດ່ານສາກົນມິດຕະພາບແຂວງລາງເຊີນຂອງຫວຽດນາມ, ຍິງສາວຫວຽດນາມທີ່ໃສ່ກຸບແລະນຸ່ງຊຸດຍາວໄດ້ມອບດອກໄມ້ໃຫ້ແກ່ນັກທ່ອງທ່ຽວຈີນ, ມວນຊົນທ້ອງຖິ່ນໄດ້ຈັດການສະແດງເຊີດສິງໂຕເພື່ອຕ້ອນຮັບນັກທ່ອງທ່ຽວຈີນ.

ທ່ານຫາ ວານ ສຽວ, ຮອງຫົວໜ້າກົມການທ່ອງທ່ຽວກະຊວງວັດທະນະທຳກິລາແລະການທ່ອງທ່ຽວຫວຽດນາມໃຫ້ສຳພາດຕໍ່ນັກຂ່າວວ່າ: ການຮ່ວມມືດ້ານການທ່ອງທ່ຽວແມ່ນຂົງເຂດທີ່ສຳຄັນໃນການຮ່ວມມືລະຫວ່າງຫວຽດນາມ-ຈີນ. ຂະແໜງການທ່ອງທ່ຽວແມ່ນເສົາຄ້ຳທີ່ສຳຄັນດ້ານເສດຖະກິດຂອງຫວຽດນາມ, ການກັບຄືນມາຂອງນັກທ່ອງທ່ຽວຈີນຈະທຸ້ມເທກຳລັງແຮງຢ່າງເຂັ້ມແຂງເຂົ້າໃນການຟື້ນຟູເສດຖະກິດຂອງຫວຽດນາມ.