ປະລິມານການຂົນສົ່ງສິນຄ້າໃນສາກົນຂອງທາງລົດໄຟຈີນ-ລາວບັນລຸຫຼາຍກວ່າ 3 ລ້ານໂຕນ

CRI, March 17, 2023
Size:

ນັບແຕ່ທາງລົດໄຟຈີນ-ລາວໄດ້ເລີ່ມເປີດໃຫ້ບໍລິການເປັນຕົ້ນມາ, ນັບມາຮອດວັນທີ 13 ມີນານີ້, ດ່ານພາສີຄຸນໝິງແຂວງຢຸນນານຂອງຈີນໄດ້ກວດກາສິນຄ້າຂາເຂົ້າຂາອອກທີ່ມີປະລິມານລວມທັງໝົດເຖິງ 3.015.800 ໂຕນ. ໃນນັ້ນ, ນັບແຕ່ເດືອນມັງກອນຫາເດືອນກຸມພາປີນີ້, ປະລິມານການຂົນສົ່ງສິນຄ້າຂາເຂົ້າຂາອອກໄດ້ບັນລຸເຖິງ 633.900 ໂຕນ,ເພີ່ມຂຶ້ນ 3,2 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ເຊິ່ງເປັນການເລີ່ມຕົ້ນທີ່ດີ. ການຂົນສົ່ງສິນຄ້າໃນສາກົນຂອງທາງລົດໄຟຈີນ-ລາວໄດ້ຮັບການພັດທະນາຢ່າງມີຄຸນນະພາບສູງ, ຕາໜ່າງຂົນສົ່ງສິນຄ້າຈໍລະຈອນຂ້າມຊາຍແດນໄດ້ປົກຄຸມ 13 ປະເທດເຊັ່ນ: ລາວ,ໄທ,ມຽນມາ,ມາເລເຊຍ,ອິນໂດເນເຊຍ,ສິງກະໂປແລະປະເທດອື່ນໆ, ໄດ້ສ້າງໂອກາດອັນໃໝ່ໃຫ້ແກ່ການພັດທະນາແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງບັນດາປະເທດຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”.