ຈີນ-ໄທລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການແປແລະພິມຈຳໜ່າຍບົດປະພັນອະມະຕະເຊິ່ງກັນແລະກັນ, ຊຸກຍູ້ການແລກປ່ຽນຖອດຖອນບົດຮຽນດ້ານວັດທະນະທຳລະຫວ່າງສອງປະເທດ

CRI, March 17, 2023
Size:

ຕາມຂ່າວCRI: ເພື່ອຈັດຕັ້ງປະຕິບັດໝາກຜົນທີ່ສຳຄັນໃນການເດີນທາງໄປຢ້ຽມຢາມປະເທດໄທຄັ້ງທຳອິດຂອງທ່ານສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນປະທານປະເທດຈີນໃນຖານະເປັນປະມຸກແຫ່ງລັດ, ພາກສ່ວນທີ່ກ່ຽວຂ້ອງລຫວ່າງຈີນ-ໄທໄດ້ກະກຽມຊ່ວຍຈຳສາຫາລືຢ່າງຕັ້ງໜ້າ, ໄດ້ລົງນາມໃນ “ບົດບັນທຶກຊ່ວຍຈຳກ່ຽວກັບການແປແລະພິມຈຳໜ່າຍບົດປະພັນອະມະຕະເຊິ່ງກັນແລະກັນລະຫວ່າງອົງການຂ່າວສານແລະການພິມຈຳໜ່າຍແຫ່ງຊາດຂອງສາທາລະນະລັດປະຊາຊົນຈີນກັບກະຊວງການສຶກສາຊັ້ນສູງແລະການປະດິດສ້າງໃໝ່ດ້ານການຄົ້ນຄວ້າວິທະຍາສາດຂອງຣາຊະອານາຈັກໄທ”, ທ່ານຈ່າງຈ້ຽນຊູ່ນ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ທ່ານດະນຸດ ຕັນເທີດທິດ, ເລຂາລັດຖະມົນຕີທັງເປັນໂຄສົກກະຊວງການສຶກສາຊັ້ນສູງແລະການປະດິດສ້າງໃໝ່ດ້ານການຄົ້ນຄວ້າວິທະຍາສາດຂອງໄທໄດ້ຕາງໜ້າໃຫ້ສອງຝ່າຍຮ່ວມລົງນາມ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ໂຄງການແປແລະພິມຈຳໜ່າຍບົດປະພັນອະມະຕະຄຳພີດີກາເຊິ່ງກັນແລະກັນລະຫວ່າງຈີນ-ໄທໄດ້ເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການ.

ອີງຕາມບົດບັນທຶກຊ່ວຍຈຳສະບັບນີ້, ໃນ 5 ປີຕໍ່ໜ້ານີ້, ຈີນ-ໄທຈະຮ່ວມກັນແປແລະພິມຈຳໜ່າຍບົດປະພັນອະມະຕະສອງປະເທດ 50 ປະເພດ, ນຳໃຊ້ຜົນງານການແປເຊິ່ງກັນແລະກັນທີ່ດີເດັ່ນຫຼາຍກວ່າເກົ່າມາຊຸກຍູ້ໃຫ້ປະຊາຊົນສອງຊາດມີຄວາມເຂົ້າໃຈກັນຢ່າງເລິກເຊິ່ງກວ່າເກົ່າ, ເພີ່ມທະວີມິດຕະພາບ, ເພີ່ມກຳລັງດ້ານວັດທະນະທຳເຂົ້າໃນ “ຈີນໄທເປັນຄອບຄົວດຽວກັນ”.