ຊື້ປີ້ລົດໄຟທາງອອນລາຍໄດ້ແລ້ວ

CRI, March 16, 2023
Size:


ໃນວັນທີ 15 ມີນານີ້, ທາງລົດໄຟລາວ-ຈີນ  ຈະເປີດນຳໃຊ້ລະບົບຂາຍປີ້ອອນລາຍ LCR Ticket ຢ່າງເປັນທາງການ. 

ລະບົບ APP ຊື້ປີ້ອອນລາຍທາງລົດໄຟ ແມ່ນອີງໃສ່ເຕັກໂນໂລຊີທີ່ກ້າວໜ້າໃນລະດັບຂັ້ນສູງຂອງລະບົບລົດໄຟຈີນ, ເພື່ອໃຫ້ມີຮູບແບບການບໍລິການທີ່ຫຼາກຫຼາຍ ແລະຕອບສະໜອງຕໍ່ຄວາມຕ້ອງການຂອງຜູ້ຊົມໃຊ້, ຮອງຮັບໄດ້ 3 ພາສາຄື: ລາວ, ຈີນ ແລະ ອັງກິດ, ເປັນ APP  ທີ່ສາມາດໃຫ້ຜູ້ໃຊ້ລົງທະບຽນຊື່ແທ້, ກວດເບິ່ງປີ້ທີ່ຍັງເຫຼືອ, ຄົ້ນຫາຖ້ຽວລົດ, ຈ່າຍເງິນຜ່ານອອນລາຍ, ເຮັດທຸລະກຳປ່ຽນແປງຂໍ້ມູນຫນ້າປີ້, ຂໍ້ມູນຂ່າວສານ ແລະ ອື່ນໆ. 

ສຳລັບຜູ້ໂດຍສານທີ່ເປັນຄົນລາວນໍາໃຊ້ບັດປະຈໍາຕົວ ຫຼື ຖ້າເປັນຜູ້ໂດຍສານຕ່າງປະເທດໃຫ້ນຳໃຊ້ໜັງສືຜ່ານແດນທີ່ຍັງມີຜົນບັງຄັບໃຊ້ ເພື່ອລົງທະບຽນໃຫ້ນຳໃຊ້ຊື່ແທ້, ຫຼັງຈາກລົງທະບຽນຂໍ້ມູນແທ້ໃນລະບົບແລ້ວ, ທ່ານສາມາດກວດເບິ່ງຂໍ້ມູນປີ້ທີ່ຍັງເຫຼືອຂອງທາງລົດໄຟລາວ-ຈີນໄດ້ຕະຫຼອດເວລາ ແລະ ຊື້ປີ້ຜ່ານທາງລະບົບໄດ້ ໂດຍຮອງຮັບການຊຳລະຜ່ານ VISA, Union Pay, WeChat, Alipay ແລະ ວິທີການຊໍາລະອື່ນໆທັງພາຍໃນ ແລະ ຕ່າງປະເທດ. ເມື່ອເວລາຈະຂຶ້ນລົດໄຟ, ຜູ້ໂດຍສານຕ້ອງຖືບັດປະຈໍາຕົວ ຫຼື ໜັງສືຜ່ານແດນທີ່ໃຊ້ໃນເວລາຊື້ປີ້ເພື່ອແຈ້ງເຂົ້າສະຖານີໂດຍການສະແກນລະຫັດ QR ທີ່ສ້າງຂຶ້ນໂດຍລະບົບຂາຍປີ້ ຫຼື ໄປທີ່ປ່ອງບໍລິການຂາຍປີ້ຂອງສະຖານີເພື່ອແລກປ່ຽນເອົາປີ້ທີ່ເປັນແບບເຈ້ຍແລ້ວກວດປີ້ເຂົ້າສະຖານີ.
ປະຈຸບັນ, ຊ່ອງທາງການຊື້ປີ້ຂອງຜູ້ໂດຍສານແມ່ນສາມາດຊື້ຢູ່ປ່ອງບໍລິການຂາຍປີ້ທີ່ສະຖານີ ແລະ ຈຸດຂາຍປີ້ລົດໄຟໃນເມືອງ, ການຍົກລະດັບບາດກ້າວໃນການໃຫ້ຂໍ້ມູນຂ່າວສານຂອງການຂົນສົ່ງໂດຍສານທາງລົດໄຟລາວ-ຈີນ ນີ້ໄດ້ເປັນຂີດໝາຍວ່າທາງລົດໄຟລາວ-ຈີນ ໄດ້ກ້າວເຂົ້າສູ່ຍຸກແຫ່ງການຂາຍປີ້ອອນລາຍຢ່າງເປັນທາງການ.