ສຳເລັດການສ້ອມແປງແລະກໍ່ສ້າງແບບໂຮມສູນຕໍ່ທາງລົດໄຟຈີນ-ລາວຕອນທາງຢູ່ລາວເປັນຄັ້ງທຳອິດ

CRI, March 15, 2023
Size:

ວັນທີ 14 ມີນານີ້, ການສ້ອມແປງແລະກໍ່ສ້າງແບບໂຮມສູນຕໍ່ທາງລົດໄຟຈີນ-ລາວຕອນທາງຢູ່ລາວຄັ້ງທຳອິດໄດ້ສຳເລັດຜົນຢ່າງຈົບງາມ ເຊິ່ງເປັນການຮັບປະກັນທີ່ໝັ້ນແກ່ນໃຫ້ແກ່ທາງລົດໄຟຈີນ-ລາວໃນການແລ່ນລົດດ້ວຍຄວາມປອດໄພແລະປະລິມານສິນຄ້າແລະຈຳນວນຜູ້ໂດຍສານທີ່ເພີ່ມຂຶ້ນ.

ນັບແຕ່ເດືອນພະຈິກປີ 2022 ເປັນຕົ້ນມາ, ບໍລິສັດທາງລົດໄຟຈີນສາຂາຄຸນໝິງໄດ້ໃຊ້ເຄື່ອງຈັກຮັກສາທາງຂະໜາດໃຫຍ່ 4 ເຄື່ອງ, ພະນັກງານວິຊາການ 300 ກວ່າຄົນ, ໃຊ້ເວລາ 5 ເດືອນປາຍ, ດຳເນີນການສ້ອມແປງແລະບຳລຸງຮັກສາໂດຍປົກຄຸມທົ່ວເສັ້ນທາງລົດໄຟຕອນທາງແຕ່ບໍ່ເຕ່ນຫານະຄອນຫຼວງວຽງຈັນຂອງລາວຍາວ 290 ກວ່າກິໂລແມັດ ແລະ ເສັ້ນທາງປ່ຽນລາງ 179 ແຫ່ງ, ເຊິ່ງໄດ້ຮັບປະກັນໃຫ້ອຸປະກອນຕາມທາງລົດໄຟສາມາດຜ່ານລະດູຝົນໄດ້ຢ່າງປອດໄພ, ພ້ອມກັນນັ້ນຍັງໄດ້ປັບປຸງຄຸນນະພາບຂອງອຸປະກອນຕາມທາງລົດໄຟຈີນ-ລາວຕອນທາງຢູ່ລາວໃຫ້ດີຂຶ້ນຕື່ມອີກ, ແລະໄດ້ຍົກລະດັບຄວາມຮູ້ສຶກສະບາຍດ້ານການຂີ່ລົດໄຟແລະປະສິດທິພາບດ້ານການຂົນສົ່ງສິນຄ້າໃຫ້ສູງຂຶ້ນຢ່າງຫຼວງຫຼາຍ.