ຜູ້ນຳຕ່າງປະເທດຊົມເຊີຍຜູ້ນຳຊຸດໃໝ່ຂອງຈີນ

CRI, March 14, 2023
Size:

ຜູ້ນຳບາງປະເທດໄດ້ສົ່ງໂທລະເລກ ຫຼືສົ່ງສານຊົມເຊີຍເຖິງທ່ານສີຈິ້ນຜິງທີ່ໄດ້ຮັບເລືອກຕັ້ງເປັນປະທານປະເທດຈີນອີກເທື່ອໃໝ່.

ທ່ານອັບເດວ ຟາຕາ ອານ ຊີຊີ ປະທານາທິບໍດີເອຢິບ, ທ່ານນາງບິດຢາ ເດວີ ບັນດາຣີ ປະທານາທິບໍດີເນປານ, ທ່ານອີໄຊອັສ ອັຟເວີກີ ປະທານາທິບໍດີອິຣິເຕຣຍ ແລະຜູ້ນຳປະເທດອື່ນໆ ກໍຄືອົງການຈັດຕັ້ງສາກົນໄດ້ສະແດງຄວາມຊົມເຊີຍມາຍັງທ່ານສີຈິ້ນຜິງ ປະທານປະເທດຈີນ.

ນອກຈາກນີ້, ຜູ້ນຳຈາກບັນດາປະເທດ ຄື: ຣັດເຊຍ, ບຣູໄນ, ອິນໂດເນເຊຍ, ຫວຽດນາມ, ລາວ, ປາກິດສະຖານ, ກຳປູເຈຍ, ສິງກະໂປ, ໄທ ແລະອື່ນໆໄດ້ສົ່ງໂທລະເລກ ຫຼືສົ່ງສານຊົມເຊີຍເຖິງຜູ້ນຳຊຸດໃໝ່ຂອງຈີນທີ່ໄດ້ຮັບເລືອກຕັ້ງໃນກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ແລະກອງປະຊຸມຄັ້ງທີ 1 ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14.