ກອງປະຊຸມຄັ້ງທຳອິດຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ຮັບຍັດຕິ 271 ສະບັບ

CRI, March 13, 2023
Size:

ວັນທີ 11 ມີນາ 2023, ຄະນະເລຂາທິການ ກອງປະຊຸມຄັ້ງທຳອິດຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ເປີດເຜີຍວ່າ: ນັບມາຮອດເວລາ 12 ໂມງຂອງວັນທີ 7 ມີນາ ເຊິ່ງເປັນເວລາປິດຮັບຍັດຕິ ຕາມກຳນົດຂອງຄະນະປະທານຂອງກອງປະຊຸມໃຫຍ່, ຄະນະເລຂາທິການຂອງກອງປະຊຸມຄັ້ງທຳອິດຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ຮັບຍັດຕິຈາກຜູ້ແທນທັງໝົດ 271 ສະບັບ. ນອກນີ້, ນັບມາຮອດເວລາ 12 ໂມງຂອງວັນທີ 10 ມີນານີ້, ໄດ້ຮັບຂໍ້ສະເໜີຈາກບັນດາຜູ້ແທນມີຫຼາຍກວ່າ 8.000 ສະບັບ.

ຂ່າວແຈ້ງວ່າ, ພາຍຫຼັງກອງປະຊຸມສະພາປະຊາຊົນແຫ່ງຊາດຈີນສິ້ນສຸດລົງ, ຄະນະກຳມະການສະເພາະກິດຂອງສະພາປະຊາຊົນແຫ່ງຊາດຈະລາຍງານຜົນການຄົ້ນຄວ້າພິຈາລະນາຍັດຕິຕໍ່ຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນຕາມກົດໝາຍ ບົນພື້ນຖານທີ່ໄດ້ຄົ້ນຄວ້າພິຈາລະນາຢ່າງຕັ້ງໜ້າ.