ຊຸດສຳມະນາອອນລາຍສຳລັບຊາວໜຸຸ່ມ ຈາກປະເທດລຽບຕາມ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ : ການບໍລິຫານພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຄັ້ງທີ 2 ໄດ້ຈັດຂຶ້ນທີ່ ມະຫາວິທະຍາໄລຟູຕ້ານ

lmcchina.org, March 8, 2023
Size:

ໃນວັນທີ 13-17 ກຸມພາ 2023 ນີ້, ຊຸດສໍາມະນາແບບອອນລາຍ ສໍາລັບຊາວໜຸຸ່ມຈາກປະເທດລຽບຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ: ການບໍລິຫານພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຄັ້ງທີ 2 ໄດ້ຈັດຂຶ້ນດ້ວຍຜົນສໍາເລັດ ທີ່ມະຫາວິທະຍາໄລຟູຕ້ານ, ເຊິ່ງມີແຂກຮັບເຊີນ, ຄູອາຈານແລະ ນັກສຶກສາ ຈາກກະຊວງການຕ່າງປະເທດ ແຫ່ງ ສປ.ຈີນ, ມະຫາວິທະຍາໄລຟູຕ້ານ ປະເທດຈີນ, ຣາຊາມະຫາວິທະຍາໄລພະນົມເປັນ ປະເທດກໍາປູເຈຍ, ມະຫາວິທະຍາໄລແຫ່ງຊາດລາວ, ມະຫາວິທະຍາໄລສົງຂານະຄະຣິນ ປະເທດໄທ, ມະຫາວິທະຍາໄລຢາງກຸງມຽນມາ, ສະຖາບັນການຕ່າງປະເທດຫວຽດນາມ ແລະອື່ນໆ ຈໍານວນ 100 ກວ່າທ່ານ ເຂົ້າຮ່ວມດ້ວຍຮູບແບບອອນລາຍ.

ໃນກິດຈະກຳການສຳມະນາ ໄລຍະ 5 ມື້ນີ້, ບັນດາຜູ້ຊ່ຽວຊານ ຈາກ 6 ປະເທດລຽບຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ດໍາເນີນການສິດສອນໃຫ້ແກ່ ນັກສຶກສາ ຈາກ  6 ປະເທດນັ້ນ ໂດຍປິ່ນອ້ອມການບໍລິຫານພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ທັງໄດ້ລົງເລິກປຶກສາຫາລື ກ່ຽວກັບຫົວຂໍ້ຕ່າງໆ, ເປັນຕົ້ນ ຄວາມຄືບໜ້າດ້ານການຮ່ວມມືລະຫວ່າງ ປະເທດລຽບຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ຈຸດເດັ່ນໃໝ່ຂອງການພັດທະນາໃນລ້ອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ການແລກປ່ຽນດ້ານວິຊາການລະຫວ່າງ ຊາວໜຸ່ມຈາກປະເທດລຽບຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ເສດຖະກິດສີຂຽວ, ການຄ້າແລະການລົງທຶນ,ການສະກັດກັ້ນແລະຕ້ານພະຍາດລະບາດ, ການຫຼຸດຜ່ອນໄພພິບັດ ແລະ ການຫຼຸດຜ່ອນຄວາມທຸກຍາກ, ຄວາມປອດໄພດ້ານນໍ້າ ແລະ ການຄຸ້ມຄອງບໍລິຫານນໍ້າ ແລະອື່ນໆ,ຊຸດສຳມະນາດັ່ງກ່າວໄດ້ຈັດການບັນລະຍາຍທີ່ມີປະໂຫຍດແລະປະທັບໃຈຫຼາຍ ຈໍານວນ 14 ຄັ້ງ ໃຫ້ແກ່ນັກສຶກສາ ຈາກ  6 ປະເທດທີ່ເຂົ້າຮ່ວມໃນຄັ້ງນີ້.