ຜະລິດຕະພັນຂອງບໍລິສັດຜະລິດຂະບວນລົດໄຟຈີນ ປະກອບສ່ວນຊຸກຍູ້ ຂະບວນລົດໄຟຄວາມໄວສູງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ

lmcchina.org, March 8, 2023
Size:

ກ່ອນໜ້ານີ້ບໍ່ດົນ, ຂະບວນລົດໄຟຄວາມໄວສູງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ທີ່ຂົນສົ່ງສິນຄ້າສາກົນທີ່ຂັບເຄື່ອນໂດຍເຄື່ອງຈັກຈູດລະເບີດ ໃນ ລຸ້ນ HXN5B ທີ່ຜະລິດໂດຍ ບໍລິສັດ ຜະລິດຂະບວນລົດໄຟຈີນນັ້ນ ໄດ້ອອກເດິີນທາງຈາກນະຄອນຄຸນໝິງ, ເຊິ່ງເປັນຂີດໝາຍວ່າ ຂະບວນລົດໄຟຖ້ຽວໄປກັບ ລະຫວ່າງ ປະເທດຈີນ-ລາວ-ໄທ ຂະບວນທຳອິດໄດ້ເດີນທາງອອກຈາກສະຖານີຢ່າງສຳເລັດຜົນ.

ຂະບວນລົດໄຟຄວາມໄວສູງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ທີ່ຂົນສົ່ງສິນຄ້າ ຕາມເສັ້ນທາງລົດໄຟລາວ-ຈີນ ທີ່ເດີນທາງອອກຈາກນະຄອນຄຸນໝິງໄປຮອດນະຄອນຫຼວງວຽງຈັນແລ້ວ, ໄດ້ປ່ຽນຕີນລົດໄປຕໍ່ນະຄອນຫຼວງບາງກອກ ໂດຍແລ່ນຕາມລາງລົດໄຟຂອງປະເທດໄທ. ຕະຫຼອດໄລຍະການເດີນທາງໃຊ້ເວລາທັງໝົດປະມານ 55 ຊົ່ວໂມງ ເມື່ອທຽບກັບການຂົນສົ່ງແບບຜ່ານທາງລົດໄຟກັບທາງດ່ວນ ຈະປະຢັດເວລາລົງໄດ້ 1 ມື້,  ແລະ ສາມາດຫຼຸດຕົ້ນທຶນການຂົນສົ່ງໄດ້ຫຼາຍກວ່າ 20%. ຂະບວນລົດດັ່ງກ່າວໄດ້ບັນທຸກຜັກສົດຈໍານວນ 286 ໂຕນ ດ້ວຍຕູ້ຄອນເທນເນີແຊ່ແຂງຈໍານວນ 19 ຕູ້, ພ້ອມນີ້ ໃນເວລາຂະບວນລົດເດີນທາງກັບຄືນປະເທດຈີນ ຍັງຈະຂົນສົ່ງໝາກໄມ້ຈາກປະເທດໄທ ເຊັ່ນ: ໝາກລໍາໄຍ,ໝາກຖົ່ວລຽນ ແລະໝາກໄມ້ອື່ນໆຕາມລະດູການ.

ຂະບວນລົດໄຟທີ່ຂັບເຄື່ອນໂດຍເຄື່ອງຈັກຈູດລະເບີດໃນ ລຸ້ນ HXN5B ທີ່ຜະລິດໂດຍ ບໍລິສັດ ຜະລິດຂະບວນລົດໄຟຈີນ 6 ຂະບວນນັ້ນ ໄດ້ສົ່ງໄປປະຈໍາການຢູ່ສາງສິນຄ້າຄຸນໝິງ, ຢຽນເຫີິ, ຮົ້ວນ້ຽນ,  ໜິງເອີ, ແຢຊຽງກູ ແລະ ບໍ່ຫານ ໂດຍໄດ້ປະຕິບັດໜ້າທີ່ເປັນຫົວລົດຂັບເຄືື່ອນຂອງຂະບວນລົດໄຟຫຼາຍຂະບວນແລ້ວ.

ການຂົນສົ່ງສິນຄ້າຂ້າມແດນ ຜ່ານເສັ້ນທາງລົດໄຟລາວ-ຈີນ ໄດ້ກວມເອົາບັນດາປະເທດ ທີ່ຮ່ວມກັນສ້າງສາ “ໜຶ່ງແລວ ໜຶ່ງເສັ້ນທາງ”, ເປັນຕົ້ນມີ ປະເທດລາວ, ໄທ, ມຽນມາ, ມາເລເຊຍ, ກໍາປູເຈຍ, ຫວຽດນາມ, ບັງກະລາເທດ ແລະ ສິງກະໂປ; ສິນຄ້າທີ່ຂົນສົ່ງໄດ້ເພີ່ມຂຶ້ນ ຈາກ 10 ກວ່າ ຊະນິດໃນເວລາຫາກໍເປີດນໍາໃຊ້ລົດໄຟ ມາເປັນ 1200 ກວ່າ ຊະນິດໃນປັດຈຸບັນ, ເຊິ່ງຄວາມຕ້ອງການດ້ານການຂົນສົ່ງໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ຄາດວ່າ ຮອດທ້າຍເດືອນພຶດສະ ພາ, ຂະບວນລົດໄຟຂົນສົ່ງສິນຄ້າທົ່ວເສັ້ນທາງການຂົນສົ່ງລະຫວ່າງປະເທດຈີນ-ລາວ-ໄທ ຈະສາມາດແລ່ນໄດ້ ສອງມື້ ຕໍ່ຖ້ຽວ, ຮອດທ້າຍເດືອນ ມິຖຸນາ ຈະເພີ່ມຂຶ້ນເປັນ ມື້ລະຖ້ຽວ.