ການຂົນສົ່ງຜູ້ໂດຍສານຜ່ານດ່ານຢຸ້ຍລີ້ຕາມຊາຍແດນຈີນ-ມຽນມາໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ

CRI, March 2, 2023
Size:

ດ່ານ ຊາຍແດນກວດກາການເຂົ້າ-ອອກເມືອງຢຸ້ຍລີ້ຈີນລາຍງານໃຫ້ຮູ້ວ່າ: ນັບແຕ່ດ່ານຢຸ້ຍລີ້ໄດ້ຟື້ນຟູໃຫ້ຜູ້ໂດຍສານຜ່ານດ່ານໃນວັນທີ 25 ມັງກອນຜ່ານມານີ້ເປັນຕົ້ນມາ, ຈຳນວນຜູ້ໂດຍສານເຂົ້າອອກເມືອງໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ມື້ຫຼາຍທີ່ສຸດໄດ້ບັນລຸເຖິງ 3.503 ເທື່ອຄົນ.

ຕົວເລກຂໍ້ມູນຍັງສະແດງໃຫ້ເຫັນວ່າ: ນັບແຕ່ວັນທີ 25 ມັງກອນປີນີ້ເປັນຕົ້ນມາ, ຈຳນວນຜູ້ໂດຍສານເຂົ້າ-ອອກເມືອງຜ່າມດ່ານຢຸ້ຍລີ້ໄດ້ເພີ່ມຈາກ 5 ເທື່ອຄົນໃນມື້ທຳອິດຂຶ້ນເປັນປະມານ 3.000 ເທື່ອຄົນໃນປັດຈຸບັນ, ຜູ້ໂດຍສານເຂົ້າ-ອອກເມືອງລວມທັງໝົດມີຫຼາຍກວ່າ 6 ໝື່ນເທື່ອຄົນແລ້ວ. ໃນນັ້ນ, ມີເກືອບເຄິ່ງໜຶ່ງແມ່ນການຢ້ຽມຢາມພີ່ນ້ອງ ແລະ ການຄ້າທຸລະກິດ. ໃນໄລຍະນີ້, ດ່ານ ຊາຍແດນກວດກາການເຂົ້າ-ອອກເມືອງຢຸ້ຍລີ້ຍັງໄດ້ເປີດ “ຊ່ອງທາງດ່ວນ” ເປັນ 8 ຄັ້ງ ເພື່ອສະໜອງການຮັບປະກັນໃຫ້ແກ່ຜູ້ໂດຍສານທີ່ໄດ້ຮັບບາດເຈັບ ຫຼືເປັນພະຍາດທີ່ຕ້ອງການເຂົ້າ-ອອກເມືອງ.