ຫຼາຍແຂວງຂອງກຳປູເຈຍກາຍເປັນ “ເຂດປອດລະເບີດ”

CRI, March 1, 2023
Size:

ຫວ່າງມໍ່ໆມານີ້, ຫຼາຍແຂວງຂອງກຳປູເຈຍໄດ້ປະກາດເປັນ  “ເຂດປອດລະເບີດ”, ການເກັບກູ້ລະເບີດບໍ່ທັນແຕກຂອງລັດຖະບານກຳປູເຈຍໄດ້ສ້າງຜົນປະໂຫຍດໃຫ້ກັບປະຊາຊົນກຳປູເຈຍ.

ຕາມຂ່າວແຈ້ງວ່າ: ກຳປູເຈຍເປັນໜຶ່ງໃນຫຼາຍປະເທດທີ່ໄດ້ຮັບຜົນກະທົບຈາກໝາກມິນຮ້າຍແຮງທີ່ສຸດຢູ່ໃນໂລກ. ໝາກມິນ ແລະລະເບີດປະເພດອື່ນໆບໍ່ທັນແຕກ 4 ແສນ ຫາ 6 ແສນລູກທີ່ເປັນລະເບີດຕົກຄ້າງມາແຕ່ສະໄໝສົງຄາມ ສ່ວນຫຼາຍແມ່ນຕົກຄ້າງຢູ່ແຂວງຊາຍແດນລະຫວ່າງກຳປູເຈຍກັບໄທ.

ກ່ອນໜ້ານີ້, ລັດຖະບານກຳປູເຈຍໄດ້ວາງແຜນການການເຄື່ອນໄຫວກອບກູ້ລະເບີດບໍ່ທັນແຕກໄລຍະ 6 ປີ ນັບແຕ່ປີ 2020 ຫາປີ 2025 ໂດຍມີງົບປະມານ 20 ລ້ານໂດລາ.

ໃນຫຼາຍປີຜ່ານມານີ້, ຈີນໄດ້ໃຫ້ການຊ່ວຍເຫຼືອດ້ານອຸປະກອນເກັບກູ້ລະເບີດ, ໃຫ້ການຝຶກອົບຮົມດ້ານການເກັບກູ້ລະເບີດ ແລະອື່ນໆ ແກ່ກຳປູເຈຍ. ພ້ອມກັນນັ້ນ, ຍ້ອນຄວາມພະຍາຍາມຂອງຜູ້ເຮັດວຽກດ້ານການເກັບກູ້ລະເບີດ ແລະຄວາມຮັບຮູ້ຂອງປະຊາຊົນທີ່ມີຕໍ່ຜົນກະທົບຈາກລະເບີດບໍ່ທັນແຕກໄດ້ຮັບການຍົກສູງຂຶ້ນ, ຈຳນວນຄົນທີ່ໄດ້ຮັບບາດເຈັບຍ້ອນລະເບີດບໍ່ທັນແຕກຢູ່ກຳປູເຈຍໃນແຕ່ລະປີໄດ້ຫຼຸດລົງຢ່າງຫຼວງຫຼາຍ.