ຮອງປະທານປະເທດ ແຫ່ງ ສປປ ລາວ ຕີລາຄາສູງຕໍ່ຄະນະຊ່ຽວຊານການແພດຈີນທີ່ໄປຊ່ວຍເຫຼືອປະເທດລາວ

lmcchina.org, February 28, 2023
Size:

ໃນຫວ່າງບໍ່ດົນມານີ້, ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວໄດ້ພົບ ກັບຄະນະຊ່ຽວຊານການແພດ ຂອງ ກອງທັບປົດປ່ອຍປະຊາຊົນຈີນທີ່ໄປເຮັດວຽກຊ່ວຍເຫຼືອດ້ານການແພດໃຫ້ແກ່ ກອງທັບປະຊາຊົນລາວ ຊຸດທີ 8 ຢູ່ນະຄອນຫຼວງວຽງຈັນ, ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ເຕັກນິກການແພດທີ່ດີເດັ່ນຂອງຊ່ຽວຊານຈີນ ກໍຄື ຜົນການເຮັດວຽກທີ່ພົ້ນເດັ່ນໃນໄລຍະດັ່ງກ່າວ. ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວວ່າ ຂ້າພະເຈົ້າເຊື່ອໝັ້ນວ່າ ຈະມີນາຍແພດຂອງລາວນັບມື້ນັບຫຼາຍຂຶ້ນສາມາດຍົກສູງເຕັກນິກການປິ່ນປົວຄົນຈັບຂອງຕົນໄດ້ຢ່າງຕໍ່ເນື່ອງ ພາຍໃຕ້ການແນະນຳຂອງຊ່ຽວຊານຈີນ, ແລະປະກອບສ່ວນເຂົ້າໃນການຊ່ວຍເຫຼືອບັນເທົາຄວາມເຈັບປວດໃຫ້ແກ່ຄົນເຈັບຂອງລາວ.

ໃນຕົ້ນເດືອນກຸມພາ, ຄະນະຊ່ຽວຊານການແພດ ຂອງ ກອງທັບປົດປ່ອຍປະຊາຊົນຈີນທີ່ ຊ່ວຍເຫຼືອກອງທັບປະຊາຊົນລາວ ຊຸດທີ 8 ໄດ້ສຳເລັດການຜ່າຕັດ ຄົນເຈັບດ້ານປະສາດຄູ່ທີ VII (ລະບົບປະສາດເທິງໃບໜ້າ) ຖືກໜີບເຕັງໃນຂວັ້ນສະໝອງ ທີ່ເປັນກໍລະນີທຳອິດ ຢູ່ໂຮງໝໍສູນກາງ 103 ກອງທັບ,  ເຊິ່ງສື່ມວນຊົນລາວໄດ້ລາຍງານຂ່າວ ກ່ຽວກັບ ຜົນສຳເລັດໃນການຜ່າຕັດຄັ້ງດັ່ງກ່າວຢ່າງກວ້າງຂວາງ.

ນັບແຕ່ຄະນະຊ່ຽວຊານການແພດ ຂອງ ກອງທັບປົດປ່ອຍປະຊາຊົນຈີນທີ່ໄປຊ່ວຍເຫຼືອກອງທັບປະຊາຊົນລາວ ຊຸດທີ 8 ໄດ້ປະຕິບັດໜ້າທີ່ຢູ່ໂຮງໝໍສູນກາງ 103 ກອງທັບເປັນຕົ້ນມາ, ກໍໄດ້ດຳເນີນການຜ່າຕັດທີ່ມີລະດັບຄວາມຍາກສູງໃຫ້ແກ່ຄົນເຈັບລາວຫຼາຍຄົນມາແລ້ວ, ເຊິ່ງໄດ້ໃຫ້ການຊ່ວຍເຫຼືອປິ່ນປົວພະຍາດຂອງຄົນເຈັບໃຫ້ຫາຍຂາດ ທັງໄດ້ຊ່ວຍເຫຼືອພະແນກປະສາດຂອງໂຮງໝໍດັ່ງກ່າວ ສ້າງຕັ້ງພະແນກກວດເຂດນອກ ສຳລັບພະຍາດເສັ້ນປະສາດຄູ່ທີ VII ຖືກໜີບເຕັງໃນຂວັ້ນສະໝອງ. ໂຮງໝໍສູນກາງ 103 ກອງທັບ ກໍຄື ກອງທັັບປະຊາຊົນລາວ ແລະ ລັດຖະບານລາວ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ຄະນະຊ່ຽວຊານການແພດຈີນ ທີ່ມາຊ່ວຍເຫຼືອເຮັດການຜ່າຕັດທີ່ນຳໃຊ້ເຕັກນິກໃໝ່ດັ່ງກ່າວຢູ່ລາວ ແລະ ພ້ອມນີິ້ ຝ່າຍລາວ ຍັງໄດ້ເຊື້ອເຊີນຄະນະຊ່ຽວຊານການແພດຈີນຈັດການຝຶກອົບຮົມດ້ານເຕັກນິກວິຊາການແພດໃຫ້ແກ່ວິຊາການລາວອີກດ້ວຍ.