ທ່ານຊີນກ່າງພົບປະກັບທ່ານກາວກິມຮູນ ເລຂາທິການໃຫຍ່ອາຊຽນ

CRI, February 24, 2023
Size:

ວັນທີ 22 ກຸມພານີ້, ທ່ານຊີນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານກາວກິມຮູນ ເລຂາທິການໃຫຍ່ອາຊຽນຢູ່ນະຄອນຫຼວງຈາກາກຕາປະເທດອິນໂດເນເຊຍ.

ທ່ານຊີນກ່າງກ່າວວ່າ: ອາຊຽນເປັນໜຶ່ງໃນບັນດາອົງການຮ່ວມມືພາກພື້ນທີ່ໄດ້ຮັບຜົນສຳເລັດຫຼາຍກວ່າໝູ່. ພາຍໃຕ້ເບື້ອງຫຼັງສະພາບການພາກພື້ນແລະສາກົນມີການປ່ຽນແປງຢ່າງຫຼວງຫຼາຍ, ຖານະອາຊຽນແມ່ນສຳຄັນກວ່າເກົ່າ. ປີນີ້ແມ່ນປີທີ່ທ່ານປະທານ ສີຈິ້ນຜິງສະເໜີໃຫ້ສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າແລະຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ຄົບຮອບ10 ປີ, ທັງແມ່ນປີທີ່ຈີນເຂົ້າຮ່ວມ “ສັນຍາມິດຕະພາບແລະການຮ່ວມມືຂອງອາຊີຕາເວັນອອກສຽງໃຕ້” ຄົບຮອບ 20 ປີ, ຈີນຍິນດີຮ່ວມກັບອາຊຽນພ້ອມກັນຊຸກຍູ້ໃຫ້ການຮ່ວມມືຈີນ-ອາຊຽນໄດ້ຮັບຜົນງານໃໝ່.

ທ່ານກາວກິມຮູນກ່າວວ່າ: ຄອງຄອຍຮ່ວມກັບຈີນພ້ອມກັນຊຸກຍູ້ໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນຂຶ້ນສູ່ລະດັບໃໝ່, ພ້ອມກັນປົກປັກຮັກສາສັນຕິພາບ, ສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.