ສະພາສູງຟິລິບປິນໃຫ້ສັດຕະຍາບັນເຂົ້າຮ່ວມ RCEP ຢ່າງເປັນທາງການ

CRI, February 23, 2023
Size:

ວັນທີ 21 ກຸມພານີ້, ສະພາສູງຟິລິບປິນໄດ້ໃຫ້ສັດຕະຍາບັນຕໍ່ໃບອະນຸຍາດເຂົ້າຮ່ວມສັນຍາການພົວພັນຄູ່ຮ່ວມເສດຖະກິດແບບຮອບດ້ານໃນພາກພື້ນ ຫຼື RCEP ຢ່າງເປັນທາງການ, ເຊິ່ງເປັນການແກ້ໄຂອຸປະສັກສຸດທ້າຍໃຫ້ຟິລິບປິນທີ່ເຂົ້າຮ່ວມເຂດການຄ້າເສລີໃຫຍ່ກວ່າໝູ່ຢູ່ໃນໂລກ.

ຂັ້ນຕອນຕໍ່ໄປ,ຟິລິບປິນຈະຍື່ນໃບອະນຸຍາດສະບັບນີ້ໃຫ້ກອງເລຂາອາຊຽນ. RCEP ຈະມີຜົນບັງຄັບໃຊ້ຕໍ່ຟິລິບປິນຢ່າງເປັນທາງການຫຼັງຈາກຍື່ນໃບອະນຸຍາດແລ້ວ 60 ວັນ.

ທ່ານ ອາກເຊນິໂອ ບາລີຊາການ ຫົວໜ້າອົງການເສດຖະກິດແລະການພັດທະນາແຫ່ງຊາດຟິລິບປິນກ່າວວ່າ: ການເຂົ້າຮ່ວມ RCEP ຈະມີຜົນດີຕໍ່ຟິລິບປິນໃຫ້ສາມາດເຊື່ອມໂຍງເຂົ້າກັບຕ່ອງໂສ້ການສະໜອງໃນທົ່ວໂລກ, ເປີດກວ້າງຂອບເຂດເຂົ້າຕະຫຼາດ,ຜ່ານການຄ້າໃນພາກພື້ນແລະສາກົນ ແລະເພີ່ມທະວີການລົງທຶນຕໍ່ພາກສ່ວນຍຸດທະສາດ ເພື່ອຊຸກຍູ້ໃຫ້ເສດຖະກິດຟິລິບປິນເຕີບໂຕຢ່າງຕໍ່ເນື່ອງ.