ດ່ານສາກົນເມືອງຄຳ ແຂວງຢຸນນານຈີນຟື້ນຟູການຜ່ານດ່ານສຳລັບການຂົນສົ່ງຜູ້ໂດຍສານ

CRI, February 22, 2023
Size:

ນັບແຕ່ວັນທີ 20 ກຸມພານີ້ເປັນຕົ້ນໄປ, ດ່ານສາກົນເມືອງຄຳ-ລານຕຸ້ຍ ທີ່ຕັ້ງຢູ່ເມືອງຈ່ຽງເຊິງແຂວງຢຸນນານຈີນໄດ້ເປີດບໍລິການຜ່ານດ່ານຄືນໃໝ່ສຳລັບພົນລະເມືອງ, ຍານພາຫະນະຂອງສອງຝ່າຍ ກໍຄືປະຊາຊົນຢູ່ລຽບຕາມຊາຍແດນ ເຂົ້າ-ອອກ ໄປມາຫາສູ່ກັນໄດ້ແລ້ວ.

ດ່ານສາກົນເມືອງຄຳ-ລານຕຸ້ຍ ແມ່ນດ່ານທາງບົກທີ່ສະດວກກວ່າໝູ່ ຈາກແຂວງຢຸນນານເຂົ້າປະເທດລາວ ແລະໄປປະເທດໃນອາຊີຕາເວັນອອກສຽງໃຕ້ຕໍ່, ແມ່ນດ່ານສາກົນທີ່ສຳຄັນໃນການເປີດປະຕູສູ່ພາຍນອກຂອງນະຄອນພູເອີແຂວງຢຸນນານຈີນ.

ດ່ານສາກົນເມືອງຄຳ-ລານຕຸ້ຍ ຟື້ນຟູການຜ່ານດ່ານສຳລັບພົນລະເມືອງ, ບໍ່ພຽງແຕ່ຈະເພີ່ມທະວີການແລກປ່ຽນການຕິດຕໍ່ພົວພັນລະຫວ່າງວິສາຫະກິດຂາເຂົ້າຂາອອກຕ່າງໆເທົ່ານັ້ນ, ຍັງຈະຊຸກຍູ້ການຈັດສັນຊັບພະຍາກອນບໍ່ແຮ່, ກະສິກຳແລະດ້ານອື່ນໆຂອງສອງປະເທດຈີນແລະລາວຕື່ມອີກ, ເຊິ່ງຈະເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນຄວາມຈະເລີນຂອງການຄ້າລຽບຕາມຊາຍແດນຈີນ-ລາວ ແລະການຊຸກຍູ້ໃຫ້ປະຊາຊົນຢູ່ລຽບຕາມຊາຍແດນຂອງທັງສອງປະເທດສ້າງລາຍຮັບເພີ່ມແລະຮັ່ງມີຂຶ້ນ.