ຈີນຈັດວາງມາດຕະຖານສາກົນໃນຂົງເຂດເຕັກນິກທາງລົດໄຟໃຊ້ໄຟຟ້າເປັນເທື່ອທຳອິດ

CRI, February 22, 2023
Size:

    ວັນທີ 19 ກຸມພານີ້, ຄະນະກຳມະການເຕັກນິກອຸປະກອນແລະລະບົບພະລັງງານໄຟຟ້າ ຂອງຄົມມະນາຄົມທາງລົດແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ, ຂໍ້ສະເໜີກ່ຽວກັບມາດຕະຖານສາກົນທີ່ຈີນສະເໜີໃຫ້ຄະນະກຳມະການເຕັກນິກໄຟຟ້າສາກົນ ຫຼື IEC ໄດ້ຜ່ານການປ່ອນບັດຈາກປະເທດສະມາຊິກທົ່ວໂລກ ແລະ ໄດ້ສ້າງຕັ້ງໜ່ວຍງານສາກົນໂຄງການໃໝ່ຢ່າງເປັນທາງການ.

     ນີ້ແມ່ນຈີນຈັດວາງມາດຕະຖານສາກົນໃນຂົງເຂດເຕັກນິກທາງລົດໄຟໃຊ້ໄຟຟ້າເປັນເທື່ອທຳອິດ.

     ຜູ້ຊ່ຽວຊານກ່າວວ່າ, ການຈັດວາງມາດຖານສາກົນເທື່ອນີ້ໄດ້ເປີດຊ່ອງຫວ່າງການຮ່ວມມືແລະການແລກປ່ຽນສາກົນດ້ານເຕັກນິກລົດໄຟຄວາມໄວສູງຂອງຈີນຕື່ມອີກ, ຍົກສູງສິດອອກສຽງດ້ານເຕັກນິກ ແລະ ການຈັດມາດຕະຖານຂອງວິສາຫະກິດຈີນໃນຂົງເຂດຄົມມະນາຄົມທາງລົດສາກົນ ແລະ ສ້າງສະພາບໃໝ່ທີ່ພັດທະນາເຕັກນິກໂດຍຊັກນຳດ້ວຍການຈັດມາດຕະຖານ.