ເທດສະການຟີມສາລະຄະດີຈີນພາຍໃຕ້ຫົວຂໍ້ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ໄຂຂຶ້ນຢ່າງເປັນທາງການ

CRI, February 21, 2023
Size:

    ວັນທີ 20 ກຸມພານີ້,  ເທດສະການຟີມສາລະຄະດີຈີນພາຍໃຕ້ຫົວຂໍ້ “ໜຶ່ງແລວໜຶ່ງເສັ້ນທາງ”ທີ່ຮ່ວມຈັດຂຶ້ນໂດຍວິທະຍຸໂທລະພາບສູນກາງຈີນ, ກະຊວງການຕ່າງປະເທດຈີນ, ກະຊວງວັດທະນະທຳ ແລະທ່ອງທ່ຽວຈີນໄດ້ໄຂຂຶ້ນຢ່າງເປັນທາງການຜ່ານທາງອອນລາຍ. ຜູ້ຕາງໜ້າແຂກທີ່ມີກຽດ ຄື: ການນຳ, ອະດີດການນຳ, ຜູ້ຮັບຜິດຊອບອົງການສື່ມວນຊົນທັງໝົດ 50 ກວ່າທ່ານທີ່ມາຈາກ 40 ກວ່າປະເທດ ແລະເຂດແຄວ້ນໄດ້ກ່າວຄຳປາໄສຜ່ານທາງວິດີໂອ.

    ໃນພິທີໄຂ, ທ່ານຊິນກ່າງ ລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານຮູເຮີຜິງ, ລັດຖະມົນຕີກະຊວງວັດທະນະທຳ ແລະທ່ອງທ່ຽວຈີນ, ທ່ານເຊີ້ນໄຫຊົງ ຜູ້ອຳນວຍການໃຫຍ່ ທັງເປັນຫົວໜ້າບັນນາທິການວິທະຍຸໂທລະພາບສູນກາງຈີນໄດ້ຮ່ວມກັນປະກາດເລີ່ນຕົ້ນເທດສະການຟີມສາລະຄະດີຈີນດັ່ງກ່າວ.

    ທ່ານວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນກ່າວວ່າ, ຄວາມທັນສະໄໝແບບຈີນທີ່ມີການປ່ຽນແປງໃໝ່ຄືຊູ່ມື້ໄດ້ເຮັດໃຫ້ທ່ານປະທັບໃຈຫຼາຍ, ແລະຄອງຄອຍປະຊາຄົມຮ່ວມຊາຕາກຳລາວ-ຈີນຈະປະສົບຜົນສຳເລັດຕື່ມອີກພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”.