ນັກທ່ອງທ່ຽວຈີນທີ່ໄປທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນຢ່າງວ່ອງໄວ ໄດ້ຟື້ນຟູຄວາມໝັ້ນໃຈໃຫ້ແກ່ຂະແໜງການທ່ອງທ່ຽວຂອງໂລກ

CRI, February 21, 2023
Size:

ນັບແຕ່ຈີນໄດ້ທົດລອງຟື້ນຟູການບໍລິການທ່ອງທ່ຽວຕ່າງປະເທດແບບເປັນກຸ່ມເມື່ອວັນທີ 6ກຸມພາ 2023 ເປັນຕົ້ນມາ, ໃນເວລາພຽງແຕ່ເຄິ່ງເດືອນເທົ່ານັ້ນ, ນັກທ່ອງທ່ຽວຈີນທີ່ໄປທ່ຽວຕ່າງປະເທດກໍໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ລັດຖະບານ ແລະ ວົງການທ່ອງທ່ຽວຫຼາຍປະເທດຢືນຢັນວ່າ, ຍິນດີຕ້ອນຮັບນັກທ່ອງທ່ຽວຈີນເດີນທາງມາເຖິງອີກຢ່າງອົບອຸ່ນ. ສະມາຄົມການທ່ອງທ່ຽວອາຊີປາຊິຟິກຄາດຄະເນວ່າ, ໃນ 2 ເດືອນຕໍ່ໜ້ານີ້, ປະເທດໄທຈະຕ້ອນຮັບນັກທ່ອງທ່ຽວຈີນເຖິງ 5 ແສນຄົນ, ເນື່ອງຈາກການກັບມາຂອງນັກທ່ອງທ່ຽວຈີນ, ປີນີ້ການທ່ອງທ່ຽວຢູ່ອາຊີຟາຊີຟິກຈະຟື້ນຕົວຄືນຢ່າງແຂງແຮງ, ເຮັດໃຫ້ໂລກໄດ້ເຫັນເຖິງພະລັງຊີວິດ ກຳລັງແຮງບົ່ມຊ້ອນຂອງເສດຖະກິດຈີນ, ແລະຮັບຮູ້ເຖິງຄວາມໝັ້ນໃຈທີ່ຟື້ນຟູຄືນໃໝ່ໃນຕະຫຼາດການທ່ອງທ່ຽວຂອງໂລກ.

ໃນ 20 ປະເທດທີ່ຈີນທົດລອງຟື້ນຟູການບໍລິການທ່ອງທ່ຽວຕ່າງປະເທດແບບເປັນກຸ່ມ, ສ່ວນຫຼາຍແມ່ນມີຄວາມສະດວກໃນດ້ານການອອກວີຊາ ຄົມມະນາຄົມ ຫຼື ນະໂຍບາຍເຂົ້າເມືອງ. ນອກຈາກນັ້ນ, ການເພີ່ມຖ້ຽວບິນສາກົນກໍໄດ້ເຮັດໃຫ້ນັກທ່ອງທ່ຽວຈີນທີ່ໄປທ່ຽວຕ່າງປະເທດເພີ່ມຂຶ້ນຢ່າງມີປະສິດທິຜົນ. ປັດຈຸບັນນີ້, ຈີນໄດ້ຟື້ນຟູຖ້ຽວບິນໂດຍສານແບບປົກກະຕິກັບ 58 ປະເທດ, ໃນຕໍ່ໜ້ານີ້ ຖ້ຽວບິນສາກົນຈະເພີ່ມຂຶ້ນຕື່ມອີກ. ນັບແຕ່ວັນທີ 6 ກຸມພາ2023 ເປັນຕົ້ນມາ, ຈຳນວນຜູ້ໂດຍສານເຂົ້າອອກເມືອງໂດຍຜ່ານເຮືອບິນພົນລະເຮືອນຂອງບໍລິສັດການບິນພາຍໃນປະເທດຈີນໄດ້ເພີ່ມຂຶ້ນເກືອບ 4,4 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

ນັກທ່ອງທ່ຽວຈີນທີ່ກັບຄືນສູ່ຕະຫຼາດທ່ອງທ່ຽວສາກົນນັບມື້ນັບຫຼາຍຂຶ້ນ, ບໍ່ພຽງແຕ່ເຮັດໃຫ້ບໍລິສັດທ່ອງທ່ຽວພາຍໃນປະເທດຈີນທີ່ມີທຸລະກິດສົ່ງນັກທ່ອງທ່ຽວຈີນໄປທ່ຽວຕ່າງປະເທດຟື້ນຟູຄວາມໝັ້ນໃຈຄືນເທົ່ານັ້ນ, ຍັງໄດ້ໃຫ້ກຳລັງແຮງໃຈແກ່ຜູ້ປະກອບການທ່ອງທ່ຽວຂອງປະເທດຕ່າງໆ. ຫວ່າງບໍ່ດົນມາ, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ກ່ອນການແພ່ລະບາດຂອງພະຍາດໂຄວິດ-19, ຈີນເປັນຕະຫຼາດໃຫຍ່ທີ່ສຸດທີ່ມີຄົນໄປທ່ຽວຕ່າງປະເທດຫຼາຍທີ່ສຸດຢູ່ໃນໂລກມາຫຼາຍປີລຽນຕິດ, ນັກທ່ອງທ່ຽວຈີນແມ່ນກຸ່ມຄົນໃຫຍ່ທີ່ສຸດໃນການບໍລິໂພກຢູ່ຕ່າງປະເທດ. ບໍ່ຕ້ອງສົງໄສເລີຍວ່າ, ຜູ້ປະກອບການດ້ານການທ່ອງທ່ຽວຂອງປະເທດຕ່າງໆມີຄວາມປາດຖະໜາຮ່ວມທີ່ໃຫ້ນັກທ່ອງທ່ຽວຈີນກັບຄືນສູ່ຕະຫຼາດທ່ອງທ່ຽວສາກົນ. ປັດຈຸບັນນີ້, ຄວາມຮຽກຮ້ອງຕ້ອງການຂອງນັກທ່ອງທ່ຽວຈີນໄດ້ມີການປ່ຽນແປງເມື່ອທຽບໃສ່ໄລຍະກ່ອນການແພ່ລະບາດຂອງພະຍາດໂຄວິດ-19, ຄື ໃນຂະນະທີ່ເນັ້ນໃສ່ຄວາມປອດໄພນັ້ນ ເຂົາເຈົ້າຍິ່ງສົນໃຈນຳປະສົບການ ແລະ ຄຸນນະພາບຂອງການບໍລິການ, ພາກສ່ວນການທ່ອງທ່ຽວຂອງຫຼາຍປະເທດໄດ້ ເອົາໃຈໃສ່ ຕິດຕາມນຳການປ່ຽນແປງແບບນີ້, ແລະໄດ້ຕັ້ງໜ້ານຳໃຊ້ມາດຕະການໃໝ່ສຳລັບນັກທ່ອງທ່ຽວຈີນ. ນັກທ່ອງທ່ຽວຈີນທີ່ຫວັງຢາກສຳຜັດກັບໂລກຢ່າງໃກ້ຊິດນັ້ນກໍເຕັມໄປດ້ວຍຄວາມຄອງຄອຍ. ໃນອະນາຄົດມໍ່ໆນີ້, ບັນຊີລາຍຊື່ຈຸດໝາຍປາຍທາງດ້ານການທ່ອງທ່ຽວຂອງນັກທ່ອງທ່ຽວຈີນແບບເປັນກຸ່ມນັ້ນຈະນັບມື້ນັບເປີດກວ້າງອອກຢ່າງແນ່ນອນ.