ສະມາຄົມເພື່ອຊຸກຍູ້ມາດຕະຖານເຕັກນິກໄຟຟ້າພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໄດ້ຮັບການສ້າງຕັ້ງຂຶ້ນ

lmcchina.org, February 20, 2023
Size:

ເມື່ອບໍ່ດົນມານີ້, ສະມາຄົມເພື່ອຊຸກຍູ້ມາດຕະຖານເຕັກນິກໄຟຟ້າພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ. ສະມາຄົມດັ່ງກ່າວສ້າງຕັ້ງຂຶ້ນໂດຍການລິເລີ່ມຮ່ວມຂອງບໍລິສັດລັດວິສາຫະກິດຕາຂ່າຍໄຟຟ້າພາກໃຕ້ຈີນ, ບໍລິສັດລັດວິສາຫະກິດໄຟຟ້າກໍາປູເຈຍແລະ ບໍລິສັດລັດວິສາຫະກິດໄຟຟ້າລາວ ເຊິ່ງມີຈຸດປະສົງຊຸກຍູ້ຂະແໜງການໄຟຟ້າຢູ່ພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໃຫ້ຍົກລະດັບຂຶ້ນ ດ້ວຍການນຳໃຊ້ມາດຕະຖານ, ປັບປຸງຍົກລະດັບຄໍ້າປະກັນໃຫ້ແກ່ລະບົບນິເວດ ໃນການປະຢັດພະລັງງານແບບກາກບອນຕໍ່າ, ເພີ່ມຄວາມສາມາດໃນການຮັບປະກັນການສະໜອງໄຟຟ້າ ແລະ ຮ່ວມກັນສ້າງສາ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃຫ້ມີການພັດທະນາດ້ວຍຄຸນນະພາບສູງ.

ຫົວໜ່ວຍສະມາຊິກຂອງສະມາຄົມຈະຮ່ວມກັນຄົ້ນຄວ້າ, ຮຽບຮຽງ, ນໍາໃຊ້ມາດຕະຖານຂອງສະມາຄົມ, ພ້ອມທັງຈັບມືກັນຍົກລະດັບດ້ານມາດຕະຖານ ຂອງເຕັກນິກໄຟຟ້າ ແລະ ເຄື່ອງອຸປະກອນ ຂອງພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ນໍາໜ້າການຍົກລະດັບຢ່າງຮອບດ້ານ ຂອງເຄື່ອງອຸປະກອນໄຟຟ້າ, ການກໍ່ສ້າງວິສະວະກໍາ, ການດໍາເນີນງານຂອງຕາຂ່າຍໄຟຟ້າ, ລະດັບບໍລິການທາງດ້ານການສະໜອງໄຟຟ້າ  ພາຍໃນພາກພື້ນ ດ້ວຍມາດຕະຖານທີ່ແນ່ນອນ. ເພີ່ມທະວີການຮ່ວມມື ດ້ານໄຟຟ້າຂອງພາກພື້ນພ້ອມກັນ, ຊຸກຍູ້ໃຫ້ບັນດາປະເທດລຽບຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງເຂົ້າຮ່ວມກິດຈະກໍາການຫັນເປັນມາດຕະຖານສາກົນໃຫ້ໄດ້ຢ່າງແທ້ຈິງ, ສ້າງມາດຕະຖານພາກພື້ນຊຸດໜຶ່ງ ທີ່ມີລະດັບສູງ   ໃນຂະແໜງການທີ່ໄດ້ປຽບ ແລະ ສູ້ຊົນຍົກລະດັບຂຶ້ນເປັນມາດຕະຖານສາກົນ.

ຊຸມປີມໍ່ໆມານີ້, ລັດວິສາຫະກິດຕາຂ່າຍໄຟຟ້າພາກໃຕ້ຈີນ ໄດ້ສົ່ງເສີມການເຊື່ອມຕໍ່ຕາຂ່າຍໄຟຟ້າ ແລະ ການຊື້-ຂາຍໄຟຟ້າຂ້າມແດນ ກັບ ບັນດາປະເທດລຽບຕາມ ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຢ່າງຕໍ່ເນື່ອງ, ເຊິ່ງປັດຈຸບັນໄດ້ເຊື່ອມຕໍ່ກັບຕາຂ່າຍໄຟຟ້າຂອງປະເທດຫວຽດນາມ, ລາວ ແລະ ມຽນມ້າ ຢູ່ບາງພາກສ່ວນ ຜ່ານສາຍສົ່ງໄຟຟ້າ 110 ກິໂລໂວນ ແລະ 110 ກິໂລໂວນຂຶ້ນໄປ ທີ່ຂ້າມຊາຍແດນ ຫຼາຍຮອບ. ໃນປີ 2022, ປະລິມານການຊື້-ຂາຍໄຟຟ້າ ຂາເຂົ້າ-ຂາອອກ ບັນລຸໄດ້ 3181 ລ້ານກິໂລວັດຊົ່ວໂມງ,  ທຽບໃສ່ໄລຍະດຽວກັນຜ່ານມາ ເພີ່ມຂຶ້ນ 53,89%.