ສປປ ລາວ ຂຸ້ນຂ້ຽວກະກຽມ ຕ້ອນຮັບນັກທ່ອງທ່ຽວຈີນມາທ່ອງທ່ຽວລາວ

lmcchina.org, February 20, 2023
Size:

ໄປຄຽງຄູ່ກັບປະເທດຈີນໄດ້ປັບປຸງ ນະໂຍບາຍການຄວບຄຸມ ແລະ ປ້ອງກັນ ພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ, ທັງໄດ້ຟື້ນຟູການອະນຸຍາດໃຫ້ປະຊາຊົນອອກໄປທ່ອງທ່ຽວຕ່າງປະເທດ, ລັດຖະບານ ແລະ ຂະແໜງການທ່ອງທ່ຽວ ຂອງ ສປປ ລາວ ກໍກຳລັງເລັ່ງປັບປຸງພື້ນຖານໂຄງລ່າງການທ່ອງທ່ຽວ, ຍົກລະດັບການໃຫ້ບໍລິການ ເພື່ອກຽມພ້ອມຕ້ອນຮັບນັກທ່ອງທ່ຽວຈີນຈໍານວນຫຼວງຫຼາຍທີ່ຄາດວ່າຈະເຂົ້າມາທ່ອງທ່ຽວໃນຕໍ່ໜ້າ.

ທ່ານ ນາງ ດາລານີ ພົມມະວົງສາ, ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນເມື່ອບໍ່ດົນນີ້ວ່າ: ພາກສ່ວນລັດຖະບານຂອງລາວ ກຳລັງປຶກສາ ກັບບໍລິສັດການທ່ອງທ່ຽວ ແລະ ໂຮງແຮມຕ່າງໆ ກ່ຽວກັບມາດຕະການການຕ້ອນຮັບຄະນະທ່ອງທ່ຽວຂອງຈີນມາທ່ຽວລາວ, ພວກເຮົາກໍາລັງປຶກສາຫາລືກັບບັນດາວິສາຫະກິດ ກ່ຽວກັບການປັບປຸງພື້ນຖານໂຄງລ່າງການທ່ອງທ່ຽວ, ອອກແບບລາຍການການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວຈີນໃຫ້ມາທ່ຽວລາວເປັນຈໍານວນຫຼາຍກວ່າເກົ່າ.

ເມື່ອມໍ່ໆມານີ້, ໜັງສືພິມວຽງຈັນທາມ ໄດ້ລາຍງານການຄາດຄະເນຂອງນັກຊ່ຽວຊານດ້ານຂະແໜງການທ່ອງທ່ຽວ ໃຫ້ຮູ້ວ່າ: ປີນີ້, ຈະມີນັກທ່ອງທ່ຽວຈໍານວນຫຼວງຫຼາຍ ມາທ່ຽວຢູ່ບັນດາປະເທດອາຊຽນ ໂດຍຫຼາຍໆຄົນຈະເລືອກເດີນທາງຜ່ານເສັ້ນທາງລົດໄຟ ລາວ-ຈີນ ທີ່ເຊື່ອມຕໍ່ ລະຫວ່າງນະຄອນຄຸນໝິງ ສປ.ຈີນ ແລະ ນະຄອນຫຼວງວຽງຈັນ ສປປ.ລາວ.

ກຸ່ມບໍລິສັດ ອິນທິລາດ ໄດ້ດໍາເນີນຫຼາຍຍີ່ຫໍ້ການບໍລິການທີ່ມີຊື່ສຽງຢູ່ລາວ, ທ່ານ ອິນທິ ປະທານກຸ່ມບໍລິສັດ ໄດ້ດໍາເນີນທຸລະກິດບໍລິການອາຫານ ແລະ ເຄື່ອງດື່ມ ເປັນເວລາຫຼາຍກວ່າ 20 ປີແລ້ວ. ທ່ານໄດ້ໃຫ້ສໍາພາດຕໍ່ສໍານັກຂ່າວຊິນຮວາວ່າ: ການລະບາດຂອງໂຄວິດໄດ້ກະທົບຕໍ່ຂະແໜງການທ່ອງທ່ຽວຂອງລາວຢ່າງໜັກໜ່ວງ, ການຟື້ນຟູອະນຸມັດໃຫ້ປະຊາຊົນອອກໄປທ່ຽວຕ່າງປະເທດດ້ວຍຄວາມເປັນລະບຽບຂອງປະເທດຈີນ ຈະຊ່ວຍຊຸກຍູ້ການຟື້ນຟູຂະ     ແໜງການທ່ອງທ່ຽວ ແລະ ເສດຖະກິດຂອງປະເທດລາວໃນລະດັບສູງ. ນັກທ່ອງທ່ຽວທີ່ເຂົ້າມາທ່ຽວລາວຈະຊຸກຍູ້ການພັດທະນາເສດຖະກິດ ແລະ ເພີ່ມລາຍຮັບຂອງທ້ອງຖິ່ນ. ຂະແໜງການທ່ອງທ່ຽວລາວ ຄວນໄດ້ປັບປຸງຄຸນນະພາບການໃຫ້ບໍລິການຢູ່ເລື້ອຍໆ ເພື່ອກຽມພ້ອມຕ້ອນຮັບນັກທ່ອງທ່ຽວຈີນທີ່ເຂົ້າມາທ່ຽວ.

ພວກເຮົາຄອງຄອຍໃຫ້ນັກທ່ອງທ່ຽວຈີນກັບຄືນມາທ່ຽວຫຼິ້ນອີກ. ພາຍຫຼັງເສັ້ນທາງລົດໄຟລາວ-ຈີນ ເປີດໃຫ້ບໍລິການແລ້ວ, ການໄປທ່ຽວລາວຍິ່ງຈະສະດວກສະບາຍ. ທ່ານ ອິນທິ ກ່າວວ່າ: ເມື່ອບໍ່ດົນມານີ້, ພວກເຮົາໄດ້ເປີດພະແນກໃໝ່ ຄືພະແນກບໍລິການການທ່ອງທ່ຽວດ້ວຍພາສາຈີນ, ເຊິ່ງມີແຜນຈະປະສານງານໃຫ້ໄດ້ດີ ກັບ ບັນດາບໍລິສັດການທ່ອງທ່ຽວ ແລະ ເວັບໄຊສັງຄົມອອນລາຍຂອງຈີນ ເພື່ອດຶງດູດກຸ່ມເປົ້າໝາຍທີ່ຈະເຂົ້າມາ.

ປັດຈຸບັນນີ້, ລັດຖະບານລາວ ໄດ້ຖືເອົາຂະແໜງການທ່ອງທ່ຽວເປັນໂຄງການບູລິມະສິດ ໃນການຟື້ນຟູເສດຖະກິດ, ໂດຍວາງແຜນໄວ້ວ່າ ຈະປັບປຸງພື້ນຖານໂຄງລ່າງການທ່ອງທ່ຽວ ແລະ ອື່ນໆ ເພື່ອໃຫ້ຂະແໜງການທ່ອງທ່ຽວປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຫຼາຍກວ່າເກົ່າ.