ເຂື່ອນຂອງຈີນ ມີບົດບາດແນວໃດໃນການປົກປ້ອງຊັບພະຍາກອນທາງນໍ້າໃນເຂດທີ່ ແມ່ນໍ້າລ້ານຊ້າງ- ແມ່ນໍ້າຂອງໄຫລຜ່ານ

lmcchina.org, February 16, 2023
Size:

ໂດຍໄດ້ຮັບຜົນກະທົບຈາກການປ່ຽນແປງດ້ານດິນຟ້າອາກາດຍ້ອນສະພາບໂລກຮ້ອນ, ເຮັດໃຫ້ເຂດທີ່ແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງໄຫຼຜ່ານນັ້ນ ໄດ້ມີສະພາບເຫືອດແຫ້ງກ່ອນລະດູການ ທັງໄດ້ເກີດຂຶ້ນເລື້ອຍໆ. ໃນໄລຍະ 5 ປີ ຜ່ານມາ, ເນື້ອທີ່ດິນ ປະມານ 70% ແລະ ປະຊາຊົນ 60% ຢູ່ອາຊີຕາເວັນອອກສຽງໃຕ້ ໄດ້ຮັບຜົນກະທົບຢ່າງຮ້າຍແຮງ. ສາດສະດາ ຈານ ລົ່ງດີ ແລະ ທີມງານນັກຄົ້ນຄວ້າພາກວິຊາວິສະວະກໍາທີ່ໃຊ້ກໍາລັງນໍ້າຂອງມະຫາວິທະຍາ ໄລຊິງຮົວ ໄດ້ຄາດຄະເນ ແລະ ປະເມີນທ່າອ່ຽງການພັດທະນາຂອງການປ່ຽນແປງດ້ານການໄຫຼເປັນທາງຂອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ທັງສະພາບອຸຕຸນິຍົມ ແລະ ອຸທົກກະສາດແຫ້ງ ແລ້ງກ່ອນລະດູການ ຢູ່ລ້ອງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແຕ່ປີ 2020  2025 ຊຶ່ງຄາດຄະເນວ່າ ໃນລະຫວ່າງປີ 2020  2025, ຢູ່ລ້ອງແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງ, ຈະມີປະກົດການແຫ້ງແລ້ງຊຸ່ມຂັ້ນຮ້າຍແຮງ ເກີດຂຶ້ນເລື້ອຍໆ ທັງມີລັກສະນະເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.

ທ່ານ ລົ່ງດີ ໄດ້ກ່າວວ່າ: "ໂດຍທົ່ວໄປແລ້ວ, ການສ້າງສະຖານີໄຟຟ້າພະລັງນໍ້າ ແລະ ການສ້າງເຂື່ອນ ແມ່ນມີທັງຂໍ້ດີ ແລະ ຂໍ້ເສຍ. ແຕ່ວ່າໃນເຂດທີ່ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໄຫຼ່ຜ່ານນັ້ນ ເຫັນວ່າຈະມີຂໍ້ດີຫຼາຍກວ່າຂໍ້ເສຍ. ອ່າງເກັບນໍ້າຂອງແມ່ນໍ້າລ້ານຊ້າງຈະສາມາດເກັບນໍ້າໄວ້ໄດ້ໃນປະລິມານຈໍານວນຫຼວງຫຼາຍໃນລະດູຝົນຊຶ່ງສາມາດຫຼຸດຜ່ອນຄວາມສ່ຽງຈາກໄພນໍ້າຖ້ວມຢູ່ເຂດຕອນລຸ່ມ, ພ້ອມທັງຮັບປະກັນການສະໜອງນໍ້າໃນລະດູແລ້ງ ແລະ ຫຼຸດຜ່ອນຜົນກະທົບຈາກໄພແລ້ງຕໍ່ກະສິກໍາ ແລະ ລະບົບນິເວດທາງນໍ້າ. ຖ້າບໍ່ມີອ່າງເກັບນໍ້າເປັນໂຕດັດສົມປະລິມານນໍ້າແລ້ວ, ຜົນກະທົບຈາກໄພແຫ້ງແລ້ງແລະໄພນໍ້າຖ້ວມຢູ່ເຂດທີ່ນໍ້າໄຫຼຜ່ານນັ້ນແມ່ນຈະຮ້າຍແຮງກວ່າທີ່ເຮົາໄດ້ເຫັນນີ້."

ໂດຍສະເພາະແມ່ນຄຽງຄູ່ກັບການປ່ຽນແປງຂອງດິນຟ້າອາກາດ, ຄວາມຖີ່ແລະຄວາມຮຸນແຮງຂອງຫຼາຍເຫດການຂອງສະພາບອາກາດຈະປະກົດໃຫ້ເຫັນຢ່າງພົ້ນເດັ່ນ, ເພາະສະນັ້ນ, ບົດບາດດ້ານດີຂອງອ່າງເກັບນໍ້າກໍຈະຍິ່ງມີຄວາມສຳຄັນຫຼາຍຂຶ້ນ. ໃນເວລາດຽວກັນ, ສປ ຈີນ ກໍໃຫ້ຄວາມສໍາຄັນໃນການຊຸກຍູ້ວຽກງານການປົກປັກຮັກສາ ແລະ ປົວແປງລະບົບນິເວດໃນພື້ນທີ່ທີ່ມີການສ້າງເຂື່ອນ. ທ່ານ ລົ່ງດີ ກ່າວວ່າ, ຖ້າຫາກມີການສໍາຫຼວດຄົ້ນຄວ້າ, ການວາງແຜນ ແລະ ການອອກແບບຕາມຫຼັກວິທະຍາສາດແລ້ວ, ກໍຈະສາມາດເສີມຂະຫຍາຍບົດບາດດ້ານດີຂອງອ່າງເກັບນໍ້າ ແລະ ເຂື່ອນ ທີ່ເປັນໂຄງລ່າງພື້ນຖານຊົນລະປະທານ ເແລະ ສາມາດສ້າງຜົນປະໂຫຍດສູງສຸດໄດ້, ຊຶ່ງຈະເປັນການເພີ່ມກໍາລັງຂັບເຄື່ອນໃຫມ່ເຂົ້າໃນການພັດທະນາຢູ່ເຂດທີ່ແມ່ນໍ້າໄຫຼຜ່ານ , ທັງເຮັດໃຫ້ປະຊາຊົນຜູ້ອາໄສ ຢູ່ລ້ອງແມ່ນໍ້າ ສາມາດຢູ່ຮ່ວມກັນກັບທໍາມະຊາດໄດ້ຢ່າງກົມກຽມ.