ວັນທີ 7 ກຸມພານີ້, ຂະບວນຂົນສົ່ງສິນຄ້າໄປກັບຂອງທາງລົດໄຟ "ຈີນ-ລາວ-ໄທ" ທີ່ບັນຈຸຕູ້ຄອນເທັນເນີຕ່ອງໂສ້ເຢັນ 19 ຕູ້ ແລະ ຜັກສົດ 286 ໂຕນ ໄດ້ອອກເດີນທາງຈາກນະຄອນຄຸນຫມິງ(Kunming), ຄາດວ່າໃຊ້ເວລາ 55 ຊົ່ວໂມງຈະໄປຮອດນະຄອນຫຼວງບາງກອກປະເທດໄທ. ນີ້ໄດ້ໝາຍເຖິງວ່າ ຂະບວນຂົນສົ່ງສິນຄ້າໄປກັບຂອງທາງລົດໄຟ "ຈີນ-ລາວ-ໄທ" ໄດ້ອອກເດີນທາງຢ່າງສໍາເລັດຜົນ.
ເມື່ອທຽບກັບຮູບແບບການຂົນສົ່ງທາງລົດໄຟ ແລະ ທາງຫຼວງທີ່ຜ່ານມາ, ເວລາການຂົນສົ່ງຂອງຂະບວນທາງລົດໄຟດັ່ງກ່າວຈະສັ້ນລົງ 1 ມື້, ແລະ ຄ່າຂົນສົ່ງຈະຫຼຸດລົງຫຼາຍກວ່າ 20%. ອີງຕາມເຈົ້າໜ້າທີ່ຮັບຜິດຊອບວຽກງານທີ່ກ່ຽວຂ້ອງຂອງກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນ ສາຂາຄຸນໝິງ ແນະນໍາວ່າ, ຂະບວນລົດໄຟດັ່ງກ່າວໄດ້ ນໍາໃຊ້ຂະບວນລົດໄຟຂົນສົ່ງສິນຄ້າດ່ວນສາກົນ "ລ້ານຊ້າງ-ແມ່ຂອງ Express" ຈາກ ນະຄອນຄຸນໝິງ ຂົນສົ່ງໄປຮອດສະຖານີນະຄອນຫຼວງວຽງຈັນໃຕ້, ຫຼັງປ່ຽນຖ່າຍສິນຄ້າແລ້ວ ຈະໃຊ້ທາງລົດໄຟຂອງໄທຂົນສົ່ງໄປຮອດບາງກອກ. ເມື່ອຂະບວນລົດໄຟກັບມາ, ມັນຈະບັນທຸກຫມາກໄມ້ຕາມລະດູການຂອງໄທ ເຊັ່ນ: ໝາກລໍາໄຍ ແລະ ໝາກຖົ່ວລຽນເພື່ອບັນລຸຮອບວຽນການຂົນສົ່ງ. ຊະນິດຂອງສິນຄ້າທີ່ຂົນສົ່ງຂ້າມຊາຍແດນໂດຍຜ່ານທາງລົດໄຟ ລາວ-ຈີນ ໃນເບື້ອງຕົ້ນມີພຽງແຕ່ 10 ກວ່າຊະນິດ ປັດຈຸບັນໄດ້ຂະຫຍາຍອອກມາເປັນ 1.200 ກວ່າຊະນິດ, ແລະ ມີບໍລິມາດຂົນສົ່ງທັງຫມົດຫຼາຍກວ່າ 2,5 ລ້ານ ໂຕນ.
ຂ່າວ: ໜັງສືພິມລາຍວັນຢຸນນານ
ບັນນາທິການ: ວິມົນ