ຄວາມຕ້ອງການໃຊ້ພະລັງງານໄຟຟ້າໃນທົ່ວໂລກອີກ 3 ປີຕໍ່ໜ້າຈະເພີ່ມຂຶ້ນຢ່າງວ່ອງໄວ

CRI, February 13, 2023
Size:

ວັນທີ 8 ກຸມພານີ້, ອົງການພະລັງງານສາກົນໄດ້ປະກາດບົດລາຍງານດ້ານຕະຫຼາດພະລັງງານໄຟຟ້າປີ 2023 ໂດຍໃຫ້ຮູ້ວ່າ: ໃນລະຫວ່າງປີ 2023 ຫາປີ 2025, ຈັງຫວະການເຕີບໂຕດ້ານຄວາມຕ້ອງການໃຊ້ພະລັງງານໄຟຟ້າໃນທົ່ວໂລກຈະເພີ່ມຂຶ້ນຮອດລະດັບ 3% ຕໍ່ປີ ເຊິ່ງການເຕີບໂຕນີ້ຕົ້ນຕໍຈະມາຈາກເຂດອາຊີ. ພະລັງງານໝູນວຽນຈະນຳໜ້າການເຕີບໂຕດ້ານການສະໜອງພະລັງງານໄຟຟ້າໃນທົ່ວໂລກ ແລະຈະພ້ອມກັບພະລັງງານນິວເຄລຍເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນຕໍ່ພະລັງງານໄຟຟ້າສ່ວນໃຫຍ່.

ບົດລາຍງານຊີ້ອອກວ່າ: ຍ້ອນໄດ້ຮັບຜົນກະທົບຈາກວິກິດການພະລັງງານ ແລະອາກາດທີ່ຜິດປົກກະຕິຂອງພາກພື້ນຈຳນວນໜຶ່ງ, ຈັງຫວະການເຕີບໂຕດ້ານຄວາມຕ້ອງການໃຊ້ພະລັງງານໄຟຟ້າເມື່ອປີ 2022 ໄດ້ຫຼຸດລົງເຖິງ 2% ເປັນລະດັບຕ່ຳກວ່າໄລຍະກ່ອນເກີດການແພ່ລະບາດຂອງພະຍາດໂຄວິດ-19. ຍ້ອນໄດ້ຮັບຜົນກະທົບຈາກລາຄາພະລັງງານເພີ່ມສູງຂຶ້ນ, ຄວາມຕ້ອງການນຳໃຊ້ໄຟຟ້າຂອງສະຫະພາບເອີຣົບເມື່ອປີ 2022 ໄດ້ຫຼຸດລົງ 3,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ຍ້ອນໄດ້ຮັບຜົນສະທ້ອນຈາກການຟື້ນຟູຂອງເສດຖະກິດຢ່າງເຂັ້ມແຂງແລະອາກາດຮ້ອນແຮງໃນລະດູຮ້ອນ, ການສິ້ນເປືອງພະລັງງານໄຟຟ້າຢູ່ອິນເດຍໄດ້ເພີ່ມຂຶ້ນ 8,4%, ຄວາມຕ້ອງການໃຊ້ພະລັງງານໄຟຟ້າຢູ່ອາເມຣິກາເພີ່ມຂຶ້ນ 2,6%.

ບົດລາຍງານຍັງຄາດຄະເນວ່າ: ຈັງຫວະການເຕີບໂຕດ້ານຄວາມຕ້ອງການໃຊ້ພະລັງງານໄຟຟ້າໃນທົ່ວໂລກອີກ 3 ປີຕໍ່ໜ້າ ຈະເພີ່ມຂຶ້ນຮອດລະດັບ 3% ຕໍ່ປີ, ໃນນັ້ນ ມີ 70% ຂຶ້ນໄປຈະມາຈາກເຂດອາຊີຈຳນວນໜຶ່ງ.