ລົດໄຟຂົນສົ່ງສິນຄ້າລະຫວ່າງຈີນ-ລາວ-ໄທໄປກັບຖ້ຽວທຳອິດເລີ່ມອອກເດີນທາງ

CRI, February 9, 2023
Size:

ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງໃຫ້ຮູ້ວ່າ: ວັນທີ 7 ກຸມພານີ້, ລົດໄຟຂົນສົ່ງສິນຄ້າລະຫວ່າງຊາດ “ຫຼານເໝີຍ Express” ຂອງທາງລົດໄຟຈີນ-ລາວທີ່ບັນທຸກຕູ້ບັນຈຸສິນຄ້າແຊ່ເຢັນ 19 ຕູ້ ແລະ ຜັກສົດ 286 ໂຕນໄດ້ແລ່ນ ອອກຈາກນະຄອນຄຸນໝິງ ສປ ຈີນ, ຄາດວ່າຫຼັງຈາກນັ້ນ 55 ຊົ່ວໂມງຈະໄປຮອດນະຄອນຫຼວງບາງກອກຂອງໄທ, ເປັນຂີດໝາຍສະແດງໃຫ້ເຫັນວ່າ: ລົດໄຟຂົນສົ່ງສິນຄ້າລະຫວ່າງຈີນ-ລາວ-ໄທໄປກັບຖ້ຽວທຳອິດເລີ່ມອອກເດີນທາງຢ່າງສຳເລັດຜົນ, ຈາກນີ້ໄດ້ສ້າງຊ່ອງທາງໃໝ່ແຫ່ງການຈໍລະຈອນສິນຄ້າແຊ່ເຢັນທີ່ມີປະສິດທິພາບສູງແລະໝັ້ນທ່ຽງກວ່າເກົ່າ, ຈະເພີ່ມພະລັງໃໝ່ແຫ່ງການພັດທະນາໃຫ້ກັບການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນແລະບັນດາປະເທດຢູ່ໃນອາຊຽນ.

ຕາມການແນະນຳໃຫ້ຮູ້ວ່າ: ການຂົນສົ່ງສິນຄ້າຂ້າມຊາດຂອງທາງລົດໄຟ ຈີນ-ລາວໄດ້ກວມເອົາປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”, ເຊັ່ນ: ລາວ, ໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ຫວຽດນາມ, ບັງກາລາເດັດ ແລະ ສິງກະໂປ. ສິນຄ້າທີ່ຂົນສົ່ງໄດ້ຈາກ 10 ກວ່າຊະນິດໃນໄລຍະເລີ່ມຕົ້ນ ເພີ່ມຂຶ້ນຮອດ 1.200 ກວ່າຊະນິດ. ນັບມາຮອດປັດຈຸບັນ, ລົດໄຟຂົນສົ່ງສິນຄ້າຂ້າມຊາດຂອງທາງລົດໄຟຈີນ-ລາວໄດ້ແລ່ນລົດຫຼາຍກວ່າ 3.600 ຖ້ຽວ, ໄດ້ຂົນສົ່ງສິນຄ້າຫຼາຍກວ່າ 2.500.000 ໂຕນ, ໄດ້ຊຸກຍູ້ການເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງຂອງຕ່ອງໂສ້ອຸດສາຫະກຳ, ຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ມູນຄ່າຂອງພາກພື້ນຢ່າງແຂງແຮງ, ເປັນການຊ່ວຍຊູຍູ້ໜູນການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາຊຽນ, ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງຂອງເສດຖະກິດພາກພື້ນ.