ການເຈລະຈາກ່ຽວກັບເຂດການຄ້າເສລີຈີນ-ອາຊຽນສະບັບ 3,0 ເລີ່ມດຳເນີນການເປິກສາຫາລືຮອບທຳອິດ

CRI, February 9, 2023
Size:

ກະຊວງການຄ້າຈີນແຈ້ງໃຫ້ຮູ້ວ່າ:ວັນທີ 7 ກຸມພານີ້, ການເຈລະຈາກ່ຽວກັບເຂດການຄ້າເສລີຈີນ-ອາຊຽນສະບັບ 3,0 ເລີ່ມດຳເນີນການເປິກສາຫາລືຮອບທຳອິດ.

ກະຊວງການຄ້າຈີນໃຫ້ຮູ້ຕື່ມວ່າ:ພາກສ່ວນຄຸ້ມຄອງຂອງຈີນ ແລະ ປະເທດຕ່າງໆຂອງອາຊຽນພ້ອມດ້ວຍເຈົ້າໜ້າທີ່ກອງເລຂາອາຊຽນໄດ້ເຂົ້າຮ່ວມກອງປະຊຸມດ້ວຍຮູບແບບວີດີໂອ. ສອງຝ່າຍໄດ້ເປິກສາຫາລືກັນຢ່າງເລິກເຊິ່ງກ່ຽວກັບຫົວຂໍ້ຕ່າງໆ, ເປັນຕົ້ນແມ່ນຂັ້ນຕອນແລະກົດລະບຽບແຫ່ງການເຈລະຈາ, ການຈັດຕັ້ງການຈັດວາງ, ແຜນການເຮັດວຽກແລະອື່ນໆ, ໄດ້ກຳນົດຕາຕະລາງເວລາແລະແຜນທີ່ເສັ້ນທາງໃຫ້ແກ່ການເຈລະຈາໃນພາຍຫຼັງ.

ເດືອນພະຈິກປີ 2022, ຈີນ-ອາຊຽນໄດ້ຮ່ວມກັນປະກາດເລີ່ມດຳເນີນການເຈລະຈາກ່ຽວກັບເຂດການຄ້າເສລີຈີນ-ອາຊຽນສະບັບ 3,0 ຢ່າງເປັນ ທາງການ. ສອງຝ່າຍເຫັນດີວ່າ, ການເຈລະຈາຈະກວມທັງການຄ້າສິນຄ້າ, ການລົງທຶນ, ເສດຖະກິດດີຈີຕອນກັບເສດຖະກິດສີຂຽວ, ແລະຂົງເຂດອື່ນໆ, ເພື່ອສ້າງເຂດການຄ້າເສລີຈີນ-ອາຊຽນທີ່ມີສ່ວນຮ່ວມກວ່າເກົ່າ,ທັນສະໄໝກວ່າເກົ່າ,ຮອບດ້ານກວ່າເກົ່າແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຫຼາຍກວ່າເກົ່າ.