ນາຍົກກຳປູເຈຍຈະເດີນທາງຢ້ຽມຢາມຈີນໃນໄວໆນີ້

CRI, February 8, 2023
Size:

ຕາມຂ່າວCRI: ວັນທີ 6 ກຸມພານີ້, ທ່ານນາງເໝົາໜິງ, ໂຄສົກກະຊວງການຕ່າງປະເທດຈີນປະກາດໃນກອງປະຊຸມຖະແຫຼງຂ່າວວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຫຼີເຄີ້ສຽງ, ນາຍົກລັດຖະມົນຕີຈີນ, ທ່ານຮຸນແຊນ, ນາຍົກລັດຖະມົນຕີລາຊະອານາຈັກກຳປູເຈຍຈະເດີນທາງມາຢ້ຽມຢາມຈີນຢ່າງເປັນທາງການລະຫວ່າງແຕ່ວັນທີ 9 ຫາ 11 ກຸມພານີ້.

ທ່ານນາງເໝົາໜິງກ່າວວ່າ, ໃນໄລຍະຢ້ຽມຢາມ, ບັນດາຜູ້ນຳຈີນຈະຈັດການພົບປະເຈລະຈາກັບທ່ານຮຸນແຊນ, ເພື່ອແລກປ່ຽນຄວາມເຫັນກ່ຽວກັບການພົວພັນສອງຝ່າຍລວມທັງບັນຫາພາກພື້ນແລະສາກົນທີ່ມີຄວາມສົນໃຈຮ່ວມກັນ.

ທ່ານນາງເໝົາໜິງຍັງກ່າວຕື່ມວ່າ: ພາຍໃຕ້ການນຳພາດ້ານຍຸດທະສາດຂອງຜູ້ນຳສອງປະເທດ, ໃນຫຼາຍປີມໍ່ໆມານີ້ການສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໄດ້ຮັບຜົນສຳເລັດຢ່າງອຸດົມສົມບູນ, ເຊິ່ງໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ, ໄດ້ປະກອບສ່ວນເຂົ້າໃນການສ້າງສັນຕິພາບແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນແລະທົ່ວໂລກ. ປີ 2023 ນີ້ແມ່ນປີສ້າງຕັ້ງສາຍພົວພັນທາງການທູດປີລະຫວ່າງຈີນ-ກຳປູເຈຍຄົບຮອບ 65 ປີແລະປີມິດຕະພາບຈີນ-ກຳປູເຈຍ, ຈີນຄອງຄອຍຖືການຢ້ຽມຢາມຂອງທ່ານຮຸນແຊນຄັ້ງນີ້ເປັນໂອກາດທີ່ດີ, ເພື່ອຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໄດ້ຮັບການພັດທະນາຢ່າງໃຫຍ່ຫຼວງກວ່າເກົ່າ, ເຮັດໃຫ້ໄມຕີຈິດມິດຕະພາບລະຫວ່າງຈີນ-ກຳປູເຈຍໄດ້ຮັບການສືບທອດໃນທຸກເຊັ່ນຄົນ.