ປະເທດລາວ: ການກະຕຸ້ນການຂາຍສິນຄ້າພາຍໃຕ້ບັນຍາກາດຟົດຟື້ນໃນປາງບຸນ

lmcchina.org, February 7, 2023
Size:

ໃນລະຫວ່າງວັນທີ 29 ຫາ 31 ທັນວາ ປີ 2022, ງານເທດສະການດົນຕີສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ 2023 ເບຍລາວ ໄດ້ຈັດຂຶ້ນທີ່ສູນການຄ້ພາກຊັນ ນະຄອນຫຼວງວຽງຈັນ ປະເທດລາວ, ທ່າມກາງບັນຍາກາດແຫ່ງຄວາມມ່ວນຊື່ນກັບການກິນອາຫານ-ເຄື່ອງດື່ມ ແລະການຫຼິ້ນດົນຕີທີ່ຟົດຟື້ນ, ປະຊາຊົນລາວໄດ້ພ້ອມກັນຮ້ອງເພງສົ່ງພອນໄຊ ແລະ ສະແດງຄວາມປາຖະຫນາອັນດີງາມຕໍ່ປີໃໝ່ທີ່ຈະມາເຖິງນີ້.

ໄລຍະເວລາສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ກໍເປັນລະດູການທີ່ຟົດຟື້ນໃນການຊື້ຂາຍສິນຄ້າ, ສູນການຄ້າວຽງຈັນເຊັນເຕີກໍໄດ້ຍາດເອົາໂອກາດດີໆນີ້ຮ່ວມກັບບັນດາຮ້ານຄ້າຕ່າງໆຈັດກິດຈະກຳກະຕຸ້ນການຂາຍໃນປາງບຸນ. ໂຮງຮູບເງົາເມເຈີ ສາຂາ ວຽງຈັນເຊັນເຕີ ກໍໄດ້ຈັດກິດຈະກໍາຕ່າງໆປິ່ນອ້ອມໃນໂອກາດເລີ່ມສາຍຮູບເງົາ ອະວະຕາຣ: ວິຖີແຫ່ງສາຍນ້ຳ, ເຊິ່ງໄດ້ດຶງດູດລູກຄ້າຈຳນວນຫຼວງຫຼາຍມາຊື້ສິນຄ້າ.

ກ່ອນໜ້ານີ້, ຍ້ອນໄດ້ຮັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19, ເສດຖະກິດຂອງປະເທດລາວຂະຫຍາຍຕົວຊ້າຢ່າງຕໍ່ເນື່ອງ,ແຕ່ຍ້ອນການພັກດັນຂອງປັດໄຈຕ່າງໆ ເຊັ່ນ ການເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ, ການເປີດປະເທດຢ່າງຮອບດ້ານຂອງປະເທດລາວ, ຄົນຕ່າງປະເທດທີ່ເຂົ້າມາທ່ອງທ່ຽວຢູ່ປະເທດລາວກໍນັບມື້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ຂະແໜງການທ່ອງທ່ຽວຂອງລາວໄດ້ຮັບການຟື້ນຟູຂຶ້ນເທື່ອລະກ້າວ ແລະ ກາຍເປັນກຳລັງແຮງສຳຄັນໃນການຊຸກຍູ້ການຟື້ນຟູເສດຖະກິດຂອງປະເທດລາວ. ອີງຕາມສະຖິຕິ ຂອງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ, ໃນ 9 ເດືອນຕົ້ນປີ 2022, ມີນັກທ່ອງທ່ຽວທີ່ໄປທ່ອງທ່ຽວຢູ່ລາວ ຫຼາຍກວ່າ 1,7 ລ້ານເທື່ອຄົນ, ໄດ້ຮັບລາຍໄດ້ຈາການທ່ອງທ່ຽວຫຼາຍກວ່າ 100 ລ້ານໂດລາສະຫະລັດ, ເຊິ່ງທ່າອ່ຽງການຟື້ນຟູຢ່າງແຂງແຮງຈາກຂະແໜງການທ່ອງທ່ຽວໄດ້ສ້າງຄວາມໝັ້ນໃຈຕໍ່ອະນາຄົດຂອງການພັດທະນາທີ່ດີໃຫ້ແກ່ຜູ້ປະກອບການຈຳນວນຫຼວງຫຼາຍ, ເຊິ່ງບໍລິສັດການທ່ອງທ່ຽວ, ໂຮງແຮ ແລະ ຮ້ານອາຫານກໍໄດ້ພາກັນເລີ່ມກະກຽມຮັບສະໝັກພະນັກງານ ແລະ ດຳເນີນວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນສະເພາະໜ້ານີ້, ລັດຖະບານລາວໄດ້ໃຫ້ຄວາມສຳຄັນສູງຕໍ່ການຟື້ນຟູເສດຖະກິດ ແລະ ນຳໃຊ້ມາດຕະການທີ່ກ່ຽວຂ້ອງຢ່າງເປັນລະບົບ. ໃນບົດປາໄສການອວຍພອນປີໃໝ່ ປ2023 ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ກະຕຸກຊຸກຍູ້ໃຫ້ທົ່ວປວງຊົນລາວຮ່ວມແຮງຮ່ວມໃຈກັນ ແລະ ປະກອບສ່ວນເຂົ້າໃນພາລະກິດການພັດທະນາ ແລະ ສ້າງສາປະເທດຊາດຢ່າງພ້ອມພຽງ.