ວັນທີ 26 ມັງກອນ ປີ 2023, "ການແຂ່ງຂັນຊ່ວງເຮືອລະຫວ່າງສີ່ປະເທດ" ໄດ້ຈັດຂຶ້ນຢູ່ທ່ານໍ້າດອນຊາວ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວໃນຊ່ວງເວລາໄຂງານເທດສະການດອກງິ້ວບານ ຄັ້ງທີ XX ຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ເຊິ່ງການແຂ່ງຂັ້ນຄັ້ງນີ້ຈັດເປັນການແຂ່ງຂັນຊ່ວງເຮືອປະເພດສີພາຍ 35 ຄົນ ແລະ ມີທີມເຂົ້າແຂ່ງຂັນທີ່ມາຈາກປະເທດລາວ, ຈີນ, ໄທ ແລະ ອື່ນໆເຂົ້າຮ່ວມທັງໝົດ 8 ທີມ.
ຜ່ານການແຂ່ງຂັນຢ່າງດຸເດືອດໃນເກືອບໜຶ່ງວັນ, ທີມເມືອງຫ້ວຍຊາຍໄດ້ຮັບລາງວັນຊະນະເລີດ, ທີມເມືອງປາກທາໄດ້ຮັບລາງວັນຮອງຊະນະເລີດ ແລະ ທີມເມືອງຕົ້ນເຜິ້ງໄດ້ຮັບລາງວັນທີສາມ.
"ການແຂ່ງຂັນຊ່ວງເຮືອລະຫວ່າງສີ່ປະເທດ" ໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີ ແລະ ການສູ້ຊົນແຂ່ງຂັນກິລາຍາດເອົາໄຊຊະນະລະຫວ່າງປະຊາຊົນສີ່ປະເທດ ຄື ລາວ, ຈີນ, ໄທ ແລະ ມຽນມາຢູ່ເຂດສາມຫຼ່ຽມຄຳ, ທັງເປັນຂົວຕໍ່ມິດຕະພາບລະຫວ່າງປະຊາຊົນສີ່ປະເທດ. ຄຽງຄູ່ກັບການແຂ່ງຂັນຊ່ວງເຮືອລະຫວ່າງສີ່ປະເທດໃນຄັ້ງນີ້, ງານເທດສະການດອກງິ້ວບານ ຄັ້ງທີ XX ກໍເລີ່ມຕົ້ນຂຶ້ນຢ່າງເປັນທາງການ ນັບແຕ່ວັນທີ 27 ມັງກອນ ປີ 2023 ເປັນຕົ້ນໄປ.