ຈຳນວນຜູ້ໂດຍສານຕາມທາງລົດໄຟຈີນ-ລາວມີຫຼາຍກວ່າ10ລ້ານເທື່ອຄົນ

CRI, February 6, 2023
Size:

ບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນມິງເປີດເຜີຍໃຫ້ຮູ້ວ່າ: ນັບມາຮອດວັນທີ31ມັງກອນ ແລ້ວນີ້, ໄດ້ເປິດນຳໃຊ້ຂະບວນລົດໄຟໂດຍສານຕາມທາງລົດໄຟຈີນ-ລາວເຖິງ 2 ໝື່ນຂະບວນ, ຂົນສົ່ງຜູ້ໂດຍສານ 10,3 ລ້ານເທື່ອຄົນ.

ນັບມາຮອດວັນທີ 31 ມັງກອນແລ້ວນີ້, ທາງລົດໄຟຈີນ-ລາວມີຕອນຢູ່ຈີນໄດ້ເປີດແລ່ນລົດ 56 ຂະບວນຕໍ່ມື້, ລວມແລ້ວໄດ້ຂົນສົ່ງຜູ້ໂດຍສານ 8,7 ລ້ານເທື່ອຄົນ; ທາງລົດໄຟຕອນຢູ່ລາວ, ໄດ້ເປີດແລ່ນລົດ 8 ຂະບວນຕໍ່ມື້,ລວມແລ້ວໄດ້ຂົນສົ່ງຜູ້ໂດຍສານ 1,6 ລ້ານເທື່ອຄົນ.

ຕາມຂ່າວແຈ້ງວ່າ: ສະຖານີລົດໄຟຕາມທາງລົດໄຟຈີນ-ລາວທີ່ຮັບຂົນສົ່ງຜູ້ໂດຍສານໄດ້ເພີ່ມຂຶ້ນຈາກ 7 ແຫ່ງໃນໄລຍະເລີ່ມຕົ້ນຂຶ້ນເປັນ 10 ແຫ່ງໃນປັດຈຸບັນ, ທັງໄດ້ຕັ້ງຈຸດຂາຍປີ້ຢູ່ຕົວເມືອງສຳຄັນຂອງລາວ, ແກ່ຍາວເວລາຂາຍປີ້ລ່ວງໜ້າ ເຊິ່ງໄດ້ສ້າງຄວາມສະດວກຫຼາຍເກົ່າແກ່ໃຫ້ປະຊາຊົນລາວທີ່ເດີນທາງດ້ວຍລົດໄຟ.