ຈຳນວນຂົນສົ່ງຜູ້ໂດຍສານຕາມທາງລົດໄຟຈີນ-ລາວໃນໄລຍະບຸນກຸດຈີນປີນີ້ໄດ້ສ້າງສະຖິຕິໃໝ່

CRI, February 3, 2023
Size:

ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນມິງແຈ້ງໃຫ້ຮູ້ວ່າ: ຈຳນວນຂົນສົ່ງຜູ້ໂດຍສານຕາມທາງລົດໄຟຈີນ-ລາວໃນໄລຍະບຸນກຸດຈີນປີນີ້ໄດ້ສ້າງສະຖິຕິໃໝ່, ມື້ຫຼາຍສຸດໄດ້ຂົນສົ່ງຜູ້ໂດຍສານ 74.000 ເທື່ອຄົນ, ມື້ຂຶ້ນ 4 ຄ່ຳ, 5 ຄ່ຳ ແລະ 6 ຄ່ຳເດືອນຈຽງຕ່າງໄດ້ຂົນສົ່ງຜູ້ໂດຍສານ 64.000, 68.000 ແລະ 74.000 ເທື່ອຄົນຕາມລຳດັບ ເຊິ່ງໄດ້ສ້າງຜົນງານດີທີ່ສຸດນັບແຕ່ເປີດນຳໃຊ້ທາງລົດໄຟຈີນ-ລາວເປັນຕົ້ນມາ.

ທ່ານເຈິ້ງປິ່ນ ຮອງຫົວໜ້າສະຖານີລົດໄຟຈີນສາຂາຄຸນມິງກ່າວວ່າ: ນັບແຕ່ຈີນໄດ້ປັບປ່ຽນນະໂຍບາຍປ້ອງກັນແລະຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19, ການທ່ອງທ່ຽວ, ການຢ້ຽມຢາມຍາດຕິພີ່ນ້ອງ, ການອອກໄປເຮັດວຽກ ແລະ ການເດີນທາງໄປໂຮງຮຽນຕາມທາງລົດໄຟຈີນ-ລາວນັບມື້ນັບຫຼາຍຂຶ້ນ.

ຕາມຂ່າວແຈ້ງວ່າ, ປັດຈຸບັນ, ພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດຈີນ ແລະ ລາວພວມຄົ້ນຄວ້າເປິກສາຫາລືກັນ, ປີນີ້ຈະເປີດນຳໃຊ້ຂະບວນລົດໄຟຜູ້ໂດຍສານຂ້າມຊາດຈີນ-ລາວ ເພື່ອອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ຂ້າມຊາດຂອງປະຊາຊົນສອງຊາດຈີນ ແລະ ລາວ.