ເວທີເປິກສາຫາລືການທ່ອງທ່ຽວອາຊຽນ 2023 ຈະຈັດຂຶ້ນຢູ່ອິນໂດເນເຊຍ

CRI, February 2, 2023
Size:

ເວທີເປິກສາຫາລືການທ່ອງທ່ຽວອາຊຽນ ແລະງານວາງສະແດງການທ່ອງທ່ຽວສາກົນອາຊຽນ 2023 ຈະຈັດຂຶ້ນຢູ່ນະຄອນຢົກຢາກາກຕາ ປະເທດອິນໂດເນເຊຍລະຫວ່າງວັນທີ 2 ຫາ 5 ກຸມພານີ້.

ຫົວຂໍ້ຂອງເວທີເປິກສາຫາລືການທ່ອງທ່ຽວອາຊຽນ 2023 ແມ່ນ: ອາຊຽນຄືຈຸດໝາຍປາຍທາງດ້ານການທ່ອງທ່ຽວທີ່ຍອດຍິ່ງ. ພາຍໃຕ້ຂອບເວທີເປິກສາຫາລືດັ່ງກ່າວ ຈະຈັດກິດຈະກຳປິ່ນອ້ອມຕ່າງໆທີ່ສຳຄັນ ເຊັ່ນ: ກອງປະຊຸມລັດຖະມົນຕີການທ່ອງທ່ຽວອາຊຽນ+3 ຄັ້ງທີ 22; ກອງປະຊຸມລັດຖະມົນຕີການທ່ອງທ່ຽວອາ

ຊຽນ-ອິນເດຍຄັ້ງທີ 9; ກອງປະຊຸມລັດຖະມົນຕີການທ່ອງທ່ຽວອາຊຽນ-ຣັດເຊຍຄັ້ງທີ 2; ກອງປະຊຸມອົງການຈັດຕັ້ງການທ່ອງທ່ຽວປະເທດສະມາຊິກອາຊຽນຄັ້ງທີ 57; ກອງປະຊຸມອົງການຈັດຕັ້ງການທ່ອງທ່ຽວປະເທດສະມາຊິກອາຊຽນ+3 ຄັ້ງທີ 42; ກອງປະຊຸມອົງການຈັດຕັ້ງການທ່ອງທ່ຽວປະເທດສະມາຊິກອາຊຽນ-ອິນເດຍຄັ້ງທີ 29; ກອງປະຊຸມເປິກສາຫາລືການທ່ອງທ່ຽວອາຊຽນ-ຣັດເຊຍຄັ້ງທີ 13; ພິທີມອບລາງວັນການທ່ອງທ່ຽວອາຊຽນ; ກອງປະຊຸມຖະແຫຼງຂ່າວຂອງລັດຖະມົນຕີການທ່ອງທ່ຽວອາຊຽນ ແລະອື່ນໆ.