ດ່ານຣຸ້ຍລີ້ຊາຍແດນຈີນ-ມຽນມາ ຟື້ນຟູການຜ່ານດ່ານຂອງສິນຄ້າຢ່າງຮອບດ້ານ

CRI, January 31, 2023
Size:

ເວລາ 18 ໂມງຂອງວັນທີ 27 ມັງກອນນີ້, ລົດຂົນສົ່ງຄັນໜຶ່ງທີ່ບັນທຸກວັດຖຸດິບຢາພື້ນເມືອງຈີນເຕັມຄັນ ໄດ້ເດີນທາງເຂົ້າດ່ານຣຸ້ຍລີ້ຂອງຈີນຈາກເມືອງມູເຊຂອງມຽນມາ, ສ່ວນເອກະສານຜ່ານແດນແມ່ນຈັດການໂດຍຜູ້ຂັບລົດເອງ. ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ: ດ່ານຣຸ້ຍລີ້ໄດ້ຟື້ນຟູການຂົນສົ່ງສິນຄ້າຂ້າມຊາຍແດນຈີນ-ມຽນມາໃຫ້ເປັນປົກກະຕິຢ່າງຮອບດ້ານ ພາຍຫຼັງຜູ້ໂດຍສານເຂົ້າ-ອອກເມືອງຊຸດທຳອິດໄດ້ຜ່ານດ່ານຣຸ້ຍລີ້ຢ່າງສະດວກໃນວັນທີ 25 ມັງກອນນີ້.

ດ່ານຣຸ້ຍລີ້ທີ່ເຂດຊາຍແດນແຂວງຢຸນນານ ເປັນດ່ານປະເພດທີໜຶ່ງຂອງຈີນ ແລະກໍເປັນດ່ານທາງບົກທີ່ມີຈຳນວນຄົນເຂົ້າ-ອອກເມືອງຫຼາຍທີ່ສຸດ, ມີປະລິມານການຄ້າຫຼາຍທີ່ສຸດລະຫວ່າງຈີນກັບມຽນມາ ໂດຍມີໜ້າທີ່ຮັບຜິດຊອບກວດກາການເຂົ້າ-ອອກເມືອງຂອງບຸກຄົນ ແລະລົດ.