ຍອດປະລິມານຂົນສົ່ງສິນຄ້າສາກົນໃນໄລຍະບຸນກຸດຈີນຂອງທາງລົດໄຟຈີນ-ລາວໄດ້ບັນລຸເຖິງ 68.400 ໂຕນ

CRI, January 31, 2023
Size:

ດ່ານພາສີນະຄອນຄຸນມິງແຈ້ງຂ່າວໃຫ້ຮູ້ໃນວັນທີ 28 ມັງກອນນີ້ວ່າ, ໃນໄລຍະບຸນກຸດຈີນປີ 2023 ນັບແຕ່ວັນທີ 21 ຫາ 27 ມັງກອນນີ້, ຍອດປະລິມານຂົນສົ່ງສິນຄ້າສາກົນໃນໄລຍະບຸນກຸດຈີນຕາມທາງລົດໄຟຈີນ-ລາວ ທີ່ດ່ານພາສີນະຄອນຄຸນມິງຕິດຕາມກວດກາ ແລະ ປ່ອຍອອກນັ້ນ ແມ່ນບັນລຸເຖິງ 68.400 ໂຕນ, ໄດ້ເພີ່ມຂຶ້ນ 2,37 ເທົ່າ ເມື່ອທຽບໃສ່ໄລຍະບຸນກຸດຈີນປີ 2022.

ຕາມຂ່າວແຈ້ງວ່າ, ສິນຄ້າສາກົນທີ່ຂົນສົ່ງຕາມທາງລົດໄຟຈີນ-ລາວໃນໄລຍະບຸນກຸດຈີນສ່ວນຫຼາຍແມ່ນສິນຄ້າຂະໜາດໃຫຍ່ແບບດັ້ງເດີມ, ສິນຄ້າສົ່ງອອກສ່ວນຫຼາຍແມ່ນແຜ່ນແພ, ເຫຼັກກ້າ, ເຄື່ອງໂລຫະ, ເຄື່ອງໃຊ້ໄຟຟ້າໃນຄົວເຮືອນຂະໜາດນ້ອຍເປັນຕົ້ນ, ສຳລັບສິນຄ້ານຳເຂົ້າສ່ວນຫຼາຍແມ່ນແຮ່ເຫຼັກ, ແປ້ງມັນຕົ້ນ, ກ້ອນຊືນດິບເປັນຕົ້ນ.