ຫວ່າງມໍ່ໆມານີ້ມະຫາວິທະຍາໄລຕ້າຫຼີແຂວງຢຸນນານປະເທດຈີນໄດ້ຈັດກິດຈະກຳຢ້ຽມຢາມຖາມຂ່າວບຸນປີໃໝ່ຈີນນັກສຶກສາຕ່າງປະເທດ.
ນັກສຶກສາຕ່າງປະເທດທີ່ມາຈາກປະເທດລາວ, ກໍາປູເຈຍ, ຫວຽດນາມ, ອິນເດຍ ແລະ ປະເທດອື່ນໆ ໄດ້ເຕົ້າໂຮມຮ່ວມກັນ,ເພື່ອຮຽນຮູ້ການຂຽນໂຕໜັງສື “ຄວາມສຸກ” ດ້ວຍພູ່ກັນ, ຮ້ອງເພງ ແລະ ເຕັ້ນລໍາ.
ນັກສຶກສາຕ່າງປະເທດໄດ້ນຳເອົາບົດເພງແລະການຟ້ອນຂອງປະເທດຕ່າງໆມາສະແດງ, ສຳຜັດກັບລົດຊາດຂອງບຸນປີໃໝ່ຈີນ,ໄດ້ຮຽນຮູ້ແລະສຳຜັດວັດທະນະທຳຈີນໃນບັນຍາກາດຂອງຄວາມເບີກບານມ່ວນຊື່ນ.
ແຫຼ່ງຂໍ້ມູນມາຈາກ ໜັງສືພິມລາຍວັນແຂວງຢຸນນານ