ພັກພະລັງປະຊາຣັດສະເໜີທ່ານປຣະວິດ ວົງສຸວັນ ເປັນຜູ້ສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີໄທຊຸດໜ້າ

CRI, January 30, 2023
Size:

ວັນທີ 27 ມັງກອນນີ້, ພັກພະລັງປະຊາຣັດໃນສະຫະພັນກຳອຳນາດຂອງໄທ ໄດ້ສະເໜີທ່ານປຣະວິດ ວົງສຸວັນ ປະທານພັກ, ຮອງນາຍົກລັດຖະມົນຕີຂອງລັດຖະບານໄທຊຸດປັດຈຸບັນເປັນຜູ້ສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີຊຸດໜ້າຂອງພັກຕົນ.

ພັກພະລັງປະຊາຣັດໄດ້ອອກຖະແຫຼງການວ່າ, ໃນກອງປະຊຸມຄົບຄະນະທີ່ຈັດຂຶ້ນໃນມື້ດຽວກັນ, ການສະເໜີຊື່ທ່ານປຣະວິດ ວົງສຸວັນໄດ້ຜ່ານການຮັບຮອງຢ່າງເປັນເອກະພາບກັນ ໃນຖານະເປັນຜູ້ສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີພຽງໜຶ່ງດຽວຂອງພັກດັ່ງກ່າວ.

ທ່ານປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີຂອງລັດຖະບານຊຸດປັດຈຸບັນກໍຈະເຂົ້າຮ່ວມລົງສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີໄທຊຸດໜ້າເຊັ່ນດຽວກັນ. ວັນທີ 9 ມັງກອນນີ້, ພັກລວມໄທສ້າງຊາດ ທີ່ສ້າງຕັ້ງຂຶ້ນໃນເດືອນມີນາປີ 2021 ປະກາດວ່າ: ທ່ານປຣະຢຸດ ຈັນໂອຊາໄດ້ເຂົ້າເປັນສະມາຊິກພັກຕົນຢ່າງເປັນທາງການ ແລະ ສະເໜີທ່ານເປັນຜູ້ສະໝັກຮັບເລືອກຕັ້ງນາຍົກລັດຖະມົນຕີຊຸດໜ້າ.

ສະພາຜູ້ແທນລາຊະດອນໄທຈະໝົດວາລະໃນວັນທີ 23 ມີນາປີນີ້. ໂດຍອີງຕາມລະບຽບການເລືອກຕັ້ງໃນປັດຈຸບັນ, ຄະນະກຳມະການເລືອກຕັ້ງຈະຈັດການເລືອກຕັ້ງທົ່ວໄປພາຍໃນ 45 ວັນ ພາຍຫຼັງຍຸບສະພາ.