ໃນຮອບ 3 ປີຜ່ານມາ ນັກທ່ອງທ່ຽວຈີນກຸ່ມທຳອິດໄປຮອດແຂວງແຄັງຮວາ ປະເທດຫວຽດນາມ

CRI, January 29, 2023
Size:

ຕາມຂ່າວຈາກຂ່າວສານຫວຽດນາມ: ຖ້ຽວບິນບັນທຸກນັກທ່ອງທ່ຽວຈີນ 214 ຄົນລຳໜຶ່ງຂອງບໍລິສັດການບິນຫວຽດເຈັດຫວຽດນາມໄດ້ບິນໄປຮອດສະໜາມບິນສາກົນກຳແຣັງຢູ່ແຂວງແຄັງຮວາປະເທດຫວຽດນາມໃນວັນທີ23ມັງກອນນີ້, ນີ້ແມ່ນຖ້ຽວບິນທີ່ບັນທຸກນັກທ່ອງທ່ຽວຈີນລຳທຳອິດທີ່ບິນໄປຮອດແຂວງດັ່ງກ່າວໃນ 3 ປີຜ່ານມານີ້.

ແຂວງແຄັງຮວາໄດ້ຈັດພິທີຕ້ອນຮັບນັກທ່ອງທ່ຽວກຸ່ມນີ້ໃນມື້ດຽວກັນ, ເຈົ້າໜ້າທີ່ທ້ອງຖິ່ນໄດ້ມອບດອກໄມ້ສົດແລະອັ່ງເປົ່າສະຫຼອງປີໃໝ່ໃຫ້ກັບນັກທ່ອງທ່ຽວແຕ່ລະຄົນ.

ຂ່າວຍັງແຈ້ງໃຫ້ຮູ້ຕື່ມວ່າ: ຄາດວ່າໃນລະຫວ່າງວັນທີ23ມັງກອນຫາວັນທີ 23 ມີນາປີນີ້, ບໍລິສັດການບິນ ຫວຽດເຈັດຈະມີຖ້ຽວບິນປະມານ 35 ຖ້ຽວ ໂດຍບັນທຸກຜູ້ໂດຍສານລະຫວ່າງ 180- 220 ຄົນຕໍ່ລຳ.

ໃນຫຼາຍປີມໍ່ໆມານີ້, ຈີນເປັນໜຶ່ງໃນບັນດາຕະຫຼາດນັກທ່ອງທ່ຽວທີ່ສຳຄັນຂອງແຂວງແຄັງຮວາ. ກ່ອນພະຍາດໂຄວິດ-19 ແຜ່ລະບາດ, ຈຳນວນນັກທ່ອງທ່ຽວຈີນກວມອັນດັບໜຶ່ງໃນຈຳນວນນັກທ່ອງທ່ຽວສາກົນຢູ່ແຂວງແຄັງຮວາ.