ປີ 2022, ມູນຄ່າການຄ້າລະຫວ່າງຈີນກັບປະເທດສະມາຊິກອື່ນຂອງ RCEP ເພີ່ມຂຶ້ນ 7,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021

CRI, January 29, 2023
Size:

ວັນທີ 13 ມັງກອນນີ້, ອົງການດ່ານພາສີແຫ່ງຊາດຈີນໄດ້ເປີດເຜີຍຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ: ໃນປີ 2022, ມູນຄ່າການຄ້າຂາເຂົ້າຂາອອກລະຫວ່າງຈີນກັບ 14 ປະເທດສະມາຊິກ “ສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ” ຫຼືRCEPໄດ້ບັນລຸ 12.950 ຕື້ຢວນ, ເພີ່ມຂຶ້ນ 7,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ເຊິ່ງກວມຍອດມູນຄ່າການຄ້າຂາເຂົ້າຂາອອກຂອງຈີນທັງໝົດ 30,8%. 

ໃນມື້ດຽວກັນ, ທ່ານຫຼຸຍຕ້າລຽງ ໂຄສົກອົງການດ່ານພາສີແຫ່ງຊາດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ໃນປີ 2022, ຈັງຫວະການເຕີບໂຕຂອງການຄ້າຂາເຂົ້າຂາອອກລະຫວ່າງຈີນກັບອິນໂດເນເຊຍ, ສິງກະໂປ, ມຽນມາ, ກຳປູເຈຍ ແລະລາວລ້ວນແຕ່ສູງກວ່າ 20%.