ວັກຊິນຕ້ານໂຄວິດ-19 ງວດທີ 8 ທີ່ຈີນຊ່ວຍເຫຼືອມຽນມາໄດ້ຂົນສົ່ງຮອດນະຄອນ ຢາງກຸ້ງແລ້ວ

CRI, January 28, 2023
Size:

ວັນທີ 19 ມັງກອນນີ້, ວັກຊິນຕ້ານໂຄວິດ-19 ງວດທີ 8 ທີ່ຈີນຊ່ວຍເຫຼືອມຽນມາໄດ້ຖືກຂົນສົ່ງໄປຮອດສະໜາມບິນສາກົນຢາງກຸ້ງ, ວັກຊິນງວດນີ້ລວມມີ 3 ລ້ານຫຼອດ.

ທ່ານ ເທດຄາຍວິນ ລັດຖະມົນຕີກະຊວງສາທາລະນະສຸກມຽນມາສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງຈີນ. ທ່ານກ່າວວ່າ, ນັບແຕ່ພະຍາດ ໂຄວິດ-19 ແຜ່ລະບາດເປັນຕົ້ນມາ, ຈີນໄດ້ສະໜອງວັກຊິນ 61 ລ້ານຫຼອດໂດຍຜ່ານການບໍລິຈາກ, ການຈຳໜ່າຍ ແລະ ການຜະລິດຮ່ວມກັນ, ກວມຫຼາຍກວ່າ 70% ຂອງວັກຊິນທີ່ໄດ້ສັກໃຫ້ປະຊາຊົນມຽນມາ. ຫວ່າງມໍ່ໆມານີ້, ອັດຕາການບົ່ງມະຕິຕິດເຊື້ອພະຍາດໂຄວິດ-19 ຢູ່ມຽນມາແມ່ນຕ່ຳສຸດ, ອັດຕາການເສຍຊີວິດຍ້ອນຕິດເຊື້ອເກືອບເປັນສູນ ເຊິ່ງຢືນຢັນໃຫ້ເຫັນວ່າ, ວັກຊິນຂອງຈີນມີຜົນດີໃນດ້ານການຫຼຸດຜ່ອນການຕິດເຊື້ອທີ່ມີອາການເຈັບໜັກ ແລະ ອັດຕາການເສຍຊີວິດໄດ້. ວັກຊິນ 3 ລ້ານຫຼອດງວດນີ້ຈະສັກໃຫ້ແກ່ນັກຮຽນປະຖົມ ແລະ ຜູ້ເຖົ້າທີ່ມີພະຍາດຊຳເຮື້ອ. ເຊື່ອໝັ້ນວ່າ ພາຍໃຕ້ຄວາມພະຍາຍາມຮ່ວມຂອງຈີນ ກັບ ມຽນມາ, ການຮ່ວມມືແບບໄມຕີຈິດລະຫວ່າງສອງປະເທດໃນປີນີ້ຈະໄດ້ຮັບການຂະຫຍາຍຕົວໃໝ່.