ການລາດຕະເວນປະຕິບັດກົດໝາຍຮ່ວມກັນຕາມລໍາແມ່ນໍ້້າຂອງ ລະຫວ່າງ ຈີນ-ລາວ-ມຽນມ້າ-ໄທ ໃນປີ 2022 ໄດ້ຢຶດຢາເສບຕິດຈໍານວນ3,19 ໂຕນ

lmcchina.org, January 21, 2023
Size:

ເມື່ອບໍດົນມານີ້, ກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວຮ່ວມລາດຕະເວນປະຕິບັດກົດໝາຍ ຕາມລໍາແມ່ນໍ້າຂອງລະຫວ່າງ ຈີນ-ລາວ-ມຽນມ້າ-ໄທ ປະຈຳປີີ 2022 ໄດ້ຈັດຂຶ້ນ ໃນຮູບແບບອອນລາຍ. ກອງປະຊຸມ ໄດ້ເປີດເຜີຍໃຫ້ຮູ້ວ່າ, ໃນປີ 2022, ພາກສ່ວນປະຕິບັດກົດໝາຍ ຂອງ 4 ປະເທດ ສາມາດຢຶດໄດ້ຢາເສບຕິດທັງໝົດ ຈໍານວນ 3,19 ໂຕນ.

ກອງປະຊຸມຄັ້ງນີ້ຈັດຂຶ້ນ ໂດຍການເປັນປະທານຂອງປະເທດມຽນມ້າ, ເຊິ່ງມີຈຸດປະສົງທົບທວນຄືນ ແລະ ສະຫຼຸບໝາກຜົນຂອງວຽກງານການເຄື່ອນໄຫວຮ່ວມລາດຕະເວນປະຕິບັດກົດໝາຍ ປະຈໍາປີ 2022 ແລະ ໄດ້ກໍານົດວິໄສທັດຂອງການຮ່ວມມືທາງດ້ານການປະຕິບັດກົດໝາຍ ແລະ ຄວາມໝັ້ນຄົງ ຮອດປີ 2023.

ກອງປະຊຸມ ໄດ້ເປີດເຜີຍໃຫ້ຮູ້ວ່າ, ໃນປີ 2022, ພາກສ່ວນປະຕິບັດກົດໝາຍຂອງ 4 ປະເທດ ໄດ້ຢຶດໝັ້ນນໍາໃຊ້ຮູບແບບຮ່ວມປະຕິບັດງານ “ແບບບໍ່ສໍາຜັດກັນໂດຍກົງ”, ໄດ້ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກລໍາບາກ ແລະໄດ້ຮ່ວມກັນເຄື່ອນໄຫວການລາດຕະເວນປະຕິບັດກົດໝາຍ ຈໍານວນ 12 ຄັ້ງ, ການປະຈໍາການເພື່ອດຳເນີນການຝຶກຊ້ອມລາດຕະເວນ ຈໍານວນ 80 ຄັ້ງ, ການປະຕິບັດກົດໝາຍປະເພດຕ່າງໆ ຈໍານວນ 162 ຄັ້ງ ຢ່າງສໍາເລັດຜົນ,ໄດ້ສົ່ງເຮືອກໍາປັ່ນອອກປະຕິບັດໜ້າທີ່ປະຕິບັດກົດໝາຍ ຈໍານວນ 204 ລໍາ, ມີເຈົ້າໜ້າທີ່ເຂົ້າຮ່ວມການປະຕິບັດກົດໝາຍ 2700 ເທື່ອຄົນ, ອັດຕາການລາດຕະເວນເທິງໜ້ານໍ້າແບບປົກກະຕິ ແລະ ເປັນປະຈໍາ ຮັກສາໄດ້ຫຼາຍກວ່າ 80%  ໂດຍການລາດຕະເວນໃນຈຸດທີ່ຫຼໍ່ແຫຼມ ແລະ ສຳຄັນໄດ້ບັນລຸເຖິງ 100%.

ອີງຕາມສະຖິຕິໄດ້ຮູ້ວ່າ, ພາກສ່ວນປະຕິບັດກົດໝາຍ ຂອງ 4 ປະເທດ ໄດ້ສໍາເລັດການແກ້ໄຂຄະດີຕ່າງໆ ຈໍານວນ 22 ລາຍການ ໃນ ປີ 2022, ໂດຍໄດ້ຈັບກຸມ ຜູ້ຕ້ອງສົງໄສ 638 ຄົນ, ຢຶດຢາເສບຕິດໄດ້ ຈໍານວນ 3,19  ໂຕນ, ຈັບກຸມ ຜູ້ລັກລອບຂ້າມຊາຍແດນໄດ້ 22 ຄົນ, ຊ່ວຍເຫຼືອຜູ້ຖືກກັກຕົວແບບຜິດກົດໝາຍໄດ້ 3 ຄົນ, ຈັບກຸມຜູ້ກະທໍາຜິດທີ່ໄດ້ໂຕນໜີ ຕາມບັນຊີແດງ (ແຈ້ງການປະກາດຈັບກຸມຫາ ລະດັບຊາດຈີນ) ຈໍານວນ 2 ຄົນ, ແລະ ບໍ່ມີຄະດີ ໂຫດຮ້າຍ ເກີດຂຶ້ນໃນໄລຍະດັ່ງກ່າວ , ເຊິ່ງຜ່ານການປະຕິບັດກົດໝາຍຮ່ວມກັນນີ້ ສາມາດສະກັດກັ້ນ ທ່າອ່ຽງ ການກໍ່ອາຊະຍາກໍາຕ່າງໆ ຕາມເຂດລໍາແມ່ນໍ້າຂອງ ໄດ້ເປັນຢ່າງດີ, ສາມາດຮັກສາໄດ້ຄວາມປອດໄພຂອງການເດີນເຮືອສາກົນ ແລະ ປົກປ້ອງຜົນປະໂຫຍດອັນຊອບທຳຕາມກົດໝາຍ ຂອງປະຊາຊົນບັນດາປະເທດ ທີ່ອາໄສຢູ່ລຽບຕາມລຳແມ່ນໍ້າຂອງ ໄດ້ຢ່າງມີປະສິດທິຜົນ.