ນາຍົກໄທເຂົ້າຮ່ວມກິດຈະກຳສະຫຼອງບຸນກຸດຈີນປີກະຕ່າຍ

CRI, January 20, 2023
Size:

ວັນທີ 19 ມັງກອນນີ້,ແຂວງ ຣາຊະບຸຣີທີ່ມີຊາວຈີນເຕົ້າໂຮມຕັ້ງຖິ່ນຖານຢູ່ພາກກາງຂອງໄທ ໄດ້ຈັດກິດຈະກຳສະຫຼອງບຸນກຸດຈີນ, ທ່ານປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທໄດ້ເຂົ້າຮ່ວມພິທີເປີດງານແລະສະແດງຄວາມຕ້ອນຮັບອັນຈິງໃຈຕໍ່ນັກທ່ອງທ່ຽວຈີນ.

ທ່ານປຣະຢຸດໄດ້ກ່າວຄຳປາໄສໃນພິທີເປີດງານວ່າ: ນັບຕັ້ງແຕ່ໄທແລະຈີນສ້າງສາຍພົວພັນທາງການທູດເປັນຕົ້ນມາ,ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆໄດ້ລົງເລິກຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ເຊິ່ງໄດ້ສ້າງຄວາມຜາສຸກໃຫ້ປະຊາຊົນສອງຊາດ. ຈີນໃຊ້ນະໂຍບາຍປ້ອງກັນພະຍາດໂຄວິດ-19 ທີ່ດີກວ່າເກົ່າໃນຫວ່າງມໍ່ໆມານີ້, ປະຊາຊົນໄທໄດ້ກຽມພ້ອມເປັນຢ່າງດີ  ໂດຍຄອງຄອຍນັກທ່ອງທ່ຽວຈີນກັບໄປທ່ອງທ່ຽວໄທຢ່າງສຸດອົກສຸດໃຈ.

ກິດຈະກຳສະຫຼອງບຸນກຸດຈີນຢູ່ແຂວງ ຣາຊະບຸຣີຈະດຳເນີນໄປຮອດວັນທີ 23 ມັງກອນນີ້. ປີນີ້, ຢູ່ໄທມີຫຼາຍໆແຫ່ງ ລວມທັງບາງກອກແລະພູເກັດ ໄດ້ຈັດກິດຈະກຳສະຫຼອງບຸນກຸດຈີນຢ່າງມ່ວນຊື່ນເປັນລຳດັບ.