ສຳນັກຂ່າວສານຫວຽດນາມລາຍງານໃນວັນທີ 17 ມັງກອນນີ້ວ່າ: ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ຊຸດທີ 13 ໄດ້ຈັດກອງປະຊຸມໃນມື້ດຽວກັນ, ໂດຍເຫັນດີໃຫ້ ທ່ານຫງວຽນຊວັນຟຸກ ລາອອກຈາກຕຳແໜ່ງກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ແລະປະທານປະເທດຫວຽດນາມ.
ທ່ານຫງວຽນຊວັນຟຸກ ເກີດຢູ່ແຂວງກວາງນາມ ພາກກາງຂອງຫວຽດນາມໃນເດືອນກໍລະກົດ 1954, ເປັນກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມຊຸດທີ 11, 12 ແລະ13, ຂຶ້ນຮັບຕຳແໜ່ງເປັນນາຍົກລັດຖະມົນຕີຫວຽດນາມໃນປີ 2016-2021, ແລະສະພາແຫ່ງຊາດຫວຽດນາມເລືອກຕັ້ງເປັນປະທານປະເທດຫວຽດນາມໃນເດືອນເມສາ 2021.