ທະນາຄານລົງທຶນພື້ນຖານໂຄງລ່າງອາຊີເປີດບໍລິການຄົບຮອບ 7 ປີ ໂດຍໄດ້ສະໜັບສະໜູນໂຄງການຂອງ 33 ປະເທດ

CRI, January 19, 2023
Size:

    ວັນທີ 16 ມັງກອນນີ້, ອົງການພັດທະນາຫຼາຍຝ່າຍແຫ່ງທຳອິດທີ່ຈີນລິເລີ່ມສ້າງຕັ້ງຂຶ້ນ ຄື: ທະນາຄານລົງທຶນພື້ນຖານໂຄງລ່າງອາຊີໄດ້ເປີດບໍລິການຄົບຮອບ 7 ປີ. ໃນໄລຍະ 7 ປີຜ່ານມານີ້, ທະນາຄານລົງທຶນພື້ນຖານໂຄງລ່າງອາຊີໄດ້ສະໜັບສະໜູນການກໍ່ສ້າງພື້ນຖານໂຄງລ່າງຂອງ 30 ກວ່າປະເທດ, ໂດຍໄດ້ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ປະເທດທີ່ກ່ຽວຂ້ອງ.

    ອີງຕາມຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ນັບແຕ່ປີ 2016-2022, ໃນຂົງເຂດການກໍ່ສ້າງພື້ນຖານໂຄງລ່າງ, ຊຸກຍູ້ການພັດທະນາເສດຖະກິດສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນເປັນຕົ້ນ, ທະນາຄານດັ່ງກາວໄດ້ອະນຸມັດທັງໝົດ 202 ໂຄງການ, ຍອດມູນຄ່າການລົງທຶນຫຼາຍກວ່າ 38,8 ຕື້ໂດລາ,  ໄດ້ນຳໃຊ້ທຶນເກືອບ 130 ຕື້ໂດລາ, ເຊິ່ງໄດ້ກວມເອົາການກໍ່ສ້າງພື້ນຖານໂຄງລ່າງແບບຍືນຍົງຂອງຂົງເຂດຕ່າງໆ, ເຊັ່ນ: ພະລັງງານ, ຄົມມະນາຄົມ, ວຽກງານນ້ຳ, ໂທລະຄົມ, ການສຶກສາ, ສາທາລະນະສຸກ ແລະອື່ນໆ, ພ້ອມທັງໄດ້ຊຸກຍູ້ການຟື້ນຟູເສດຖະກິດຂອງປະເທດສະມາຊິກຕາມທິດສີຂຽວ, ໂຄງການທັງໝົດໄດ້ປົກຄຸມ 33 ປະເທດ.