ເລີ່ມຈັດການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ 125

CRI, January 18, 2023
Size:

ນັກຂ່າວໄດ້ຮັບຂໍ້ມູນຈາກຫ້ອງການຖະແຫຼງຂ່າວພະແນກປ້ອງກັນຄວາມສະຫງົບແຂວງຢຸນນານຈີນວ່າ: ເວລາ 10 ໂມງ 30 ນາທີຂອງວັນທີ 15 ມັງກອນນີ້, ກຳປັ່ນບັງຄັບໃຊ້ກົດໝາຍຂອງ ຈີນ 2 ລຳ ທີ່ເຂົ້າຮ່ວມການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງ ຈີນ-ລາວ-ມຽນມາ-ໄທຄັ້ງທີ 125 ໄດ້ເດີນທາງອອກຈາກທ່າຈິງຮ່າກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢູນນານຈີນ, ເຊິ່ງສະແດງໃຫ້ເຫັນວ່າໄດ້ເລີ່ມຈັດການລາດຕະເວນ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທໃນປີ 2023 ແລ້ວ. ຄາດວ່າ ຈະໃຊ້ເວລາ 3 ຄືນ 4 ມື້, ໄລຍະການເດີນທາງລວມ 500 ກວ່າກິໂລແມັດ.