ຍອດມູນຄ່າສິນຄ້າຂາເຂົ້າຂາອອກທີ່ຈັບຕ້ອງໄດ້ທີ່ຂົນສົ່ງໂດຍທາງລົດໄຟ ຜ່ານດ່ານລະຫວ່າງຈີນ-ຫວຽດນາມໃນປີ 2022 ເພີ່ມຂຶ້ນ 29%

CRI, January 18, 2023
Size:

   ພະແນກດ່ານຄຸນມີງແຂວງຢູນນານປະເທດຈີນເປີດເຜີຍໃຫ້ຮູ້ໃນວັນທີ 15 ມັງກອນນີ້ວ່າ: ປີ 2022 ຜ່ານມາ, ດ່ານເຮີໂຂຂອງແຂວງຢູນນານໄດ້ຄຸ້ມຄອງກວດກາ ແລະອະນຸຍາດສິນຄ້າຂາເຂົ້າຂາອອກທີ່ຈັບຕ້ອງໄດ້ຂົນສົ່ງໂດຍຂະບວນລົດໄຟສາກົນຈີນ-ຫວຽດນາມນັ້ນ, ມີຍອດມູນຄ່າເຖິງ 1,263 ຕື້ຢວນ, ເຊິ່ງໄດ້ເພີ່ມຂຶ້ນ 29% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

   ຕາມຂ່າວລາຍງານວ່າ: ດ່ານເຮີໂຂໄດ້ຕັ້ງໜ້າຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານສິນຄ້າຂາເຂົ້າຂາອອກຂອງວິສາຫະກິດ, ໂດຍໄດ້ເຮັດໃຫ້ການຕິດຕໍ່ພົວພັນມີຄວາມສະດວກຢ່າງເປັນເຈົ້າການ, ໄດ້ປະສານງານກັບພາກສ່ວນທາງລົດໄຟຢ່າງໃກ້ຊິດ, ເພີ່ມທະວີການປະສານສົມທົບກັບພາກສ່ວນຮ່ວມກວດກາຂອງດ່ານສາກົນ, ສະໜອງການບໍລິການຜ່ານດ່ານໝົດຂັ້ນຕອນທີ່ວ່ອງໄວ. ພ້ອມກັນນັ້ນ, ຍັງສືບຕໍ່ເພີ່ມທະວີການສ້າງ “ດ່ານອັດສະລິຍະ” ຕື້ມອີກ.