ປີ 2022 ອາຊຽນສືບຕໍ່ຄອງຖານະຄູ່ການຄ້າໃຫຍ່ອັນດັບ 1 ຂອງຈີນ

CRI, January 17, 2023
Size:

ຕາມຂ່າວ CRI: ໃນປີ 2022 ແລ້ວນີ້, ຈັງຫວະການເຕີບໂຕຂອງຍອດມູນຄ່າການຄ້າຂາເຂົ້າຂາອອກລະຫວ່າງຈີນ-ອາຊຽນໄດ້ເພີ່ມຂຶ້ນ 15% ເມື່ອທຽບໃສ່ປີ 2021, ສູງກວ່າຈັງຫວະການເຕີບໂຕໂດຍລວມດ້ານການຄ້າກັບຕ່າງປະເທດຂອງຈີນໃນໄລຍະດຽວກັນຫຼາຍ. ທ່ານຫຼຸຍຕ້າລຽງ, ໂຄສົກກົມໃຫຍ່ດ່ານພາສີຂອງຈີນກ່າວໃນວັນທີ 13 ມັງກອນນີ້ວ່າ: ຄາດຄະເນວ່າໃນອະນາຄົດການຄ້າສອງຝ່າຍລະຫວ່າງຈີນ-ອາຊຽນຈະມີການພັດທະນາໃໝ່ຢ່າງໃຫຍ່ກວ່າເກົ່າ.

ຕາມຕົວເລກຈາກຝ່າຍທາງການສະແດງໃຫ້ເຫັນວ່າ, ໃນປີ 2022 ຂະໜາດການຄ້າຂາເຂົ້າຂາອອກລະຫວ່າງຈີນ-ອາຊຽນບັນລຸເຖິງ 6.520 ຕື້ຢວນ, ເພີ່ມຂຶ້ນ 15% ເມື່ອທຽບໃສ່ປີ 2021, ໃນນັ້ນຍອດມູນຄ່າການຄ້າຂາອອກມີ 3.790 ຕື້ຢວນ, ເພີ່ມຂຶ້ນ 21,7%; ຍອດມູນຄ່າການຄ້າຂາເຂົ້າມີ 2.730 ຕື້ຢວນ, ເພີ່ມຂຶ້ນ 6,8%. ໃນໄລຍະດຽວກັນ, ການຄ້າກັບອາຊຽນໄດ້ກວມການຄ້າກັບຕ່າງປະເທດຂອງຈີນທັງໝົດເພີ່ມຂຶ້ນ 1% ເມື່ອທຽບໃສ່ປີ 2021, ບັນລຸ 15,5%, ສືບຕໍ່ຄອງຖານະຄູ່ ການຄ້າໃຫຍ່ອັນດັບ 1 ຂອງຈີນ.