ໂຄງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຂອງກະຊວງກະສິກຳ ລ້ຽງສັດ ແລະ ຊົນລະປະທານມຽນມາເລີ່ມຕົ້ນຢ່າງເປັນທາງການ

CRI, January 17, 2023
Size:

ວັນທີ 13 ມັງກອນ 2023 ນີ້, ພິທີລົງມືດຳເນີນໂຄງການກອງທຶນຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ກະຊວງກະສິກຳ ລ້ຽງສັດ ແລະ ຊົນລະປະທານມຽນມາຮັບການອະນຸມັດໃນປີ 2022 ນັ້ນໄດ້ຈັດຂຶ້ນຢູ່ນະຄອນຫຼວງເນປີດໍ, ຜູ້ຕາງໜ້າອົງການທີ່ກ່ຽວຂ້ອງຂອງຈີນ ແລະ ມຽນມາ 150 ກວ່າຄົນໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ກະຊວງກະສິກຳ ລ້ຽງສັດ ແລະ ຊົນລະປະທານມຽນມາແມ່ນກະຊວງໜຶ່ງທີ່ມີໂຄງການຫຼາຍທີ່ສຸດທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນ ຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢູ່ມຽນມາ. ເຊິ່ງໂຄງການເຫຼົ່ານີ້ໄດ້ນຳເອົາຜົນປະໂຫຍດຕົວຈິງໃຫ້ກັບປະຊາຊົນມຽນມາ, ມີຄວາມໝາຍສຳຄັນຕໍ່ການເພີ່ມພູນຜົນຜະລິດກະສິກຳ, ເພີ່ມລາຍຮັບໃຫ້ກັບຊາວກະສິກອນ ແລະ ການພັດທະນາຊົນນະບົດຂອງມຽນມາ, ທັງມີບົດບາດອັນສຳຄັນຕໍ່ການຮັກສາຄວາມຈະເລີນຮຸ່ງເຮືອງ ແລະສະຖຽນລະພາບຂອງພາກພື້ນ. 

ນັບແຕ່ຈີນສ້າງຕັ້ງ ກອງທຶນຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເປັນຕົ້ນມາ, ໄດ້ສະໜັບສະໜູນກະຊວງກະສິກຳ ລ້ຽງສັດ ແລະ ຊົນລະປະທານມຽນມາໃນການດຳເນີນ 30 ກວ່າໂຄງການ.