ປູຊະນິຍະສະຖານອັງກໍວັດຂອງກຳປູເຈຍມີນັກທ່ອງທ່ຽວຕ່າງປະເທດເຂົ້າໄປທ່ຽວຊົມເພີ່ມຂຶ້ນ

CRI, January 16, 2023
Size:

   ຕາມຂ່າວ CRI: ລາຍຮັບໃນປີ 2022 ທີ່ໄດ້ຈາກການເຂົ້າຊົມປູຊະນິຍະສະຖານອັງກໍວັດຂອງກຳປູເຈຍແມ່ນບັນລຸເຖິງ 11,52 ລ້ານໂດລາ, ເພີ່ມຂຶ້ນຢ່າງຫຼວງຫຼາຍເມື່ອທຽບໃສ່ປີ 2021.

   ລາຍຮັບທີ່ໄດ້ຈາກການຂາຍປີ້ເຂົ້າຊົມປູຊະນິຍະສະຖານອັງກໍວັດແມ່ນແຫຼ່ງລາຍຮັບດ້ານການທ່ອງທ່ຽວທີ່ໃຫຍ່ທີ່ສຸດຂອງກຳປູເຈຍ. ອົງການຄຸ້ມຄອງອັງກໍວັດຢ່າງເປັນທາງການຂອງກຳປູເຈຍໄດ້ແຈ້ງຂ່າວໃຫ້ຮູ້ໃນວັນທີ 12 ມັງກອນນີ້ວ່າ: ຄຽງຄູ່ກັບສະພາບພະຍາດໂຄວິດ-19 ຄ່ອຍໆດີຂຶ້ນ, ນັກທ່ອງທ່ຽວຕ່າງປະເທດທີ່ໄປທ່ຽວຊົມປູຊະນິຍະສະຖານອັງກໍວັດເພີ່ມຂຶ້ນຢ່າງວ່ອງໄວ. ໃນປີ 2022 ແລ້ວນີ້, ນັກທ່ອງທ່ຽວຕ່າງປະເທດທີ່ໄດ້ຊື້ປີ້ເຂົ້າຊົມປູຊະນິຍະສະຖານອັງກໍວັດມີເຖິງ 2 ແສງ 8 ໝື່ນ 7 ພັນເທື່ອຄົນ, ເພີ່ມຂຶ້ນ 21 ເທົ່າເມື່ອທຽບໃສ່ປີ 2021 ; ລາຍຮັບທີ່ໄດ້ຈາກການຂາຍປີ້ເຂົ້າຊົມແມ່ນບັນລຸເຖິງ 11,52 ລ້ານໂດລາ, ເພີ່ມຂຶ້ນ 20 ເທົ່າເມື່ອທຽບໃສ່ປີ 2021.