ປະກາດຜົນລາງວັນຜູ້ຊະນະການແຂ່ງຂັນອອກແບບລະດັບສາກົນ ພາຍໃຕ້ຂອບການຮ່ວມມື LM ປະຈໍາປີ 2022

lmcchina.org, January 15, 2023
Size:

ການແຂ່ງຂັນອອກແບບລະດັບສາກົນຂອງການຮ່ວມມື ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ(LM) ປະຈໍາປີ 2022 ໄດ້ດໍາເນີນໄປພາຍໃຕ້ຄໍາຂວັນ “ຈັກສານອະນາຄົດ” ,ໂດຍໄດ້ກໍານົດການແຂ່ງຂັນໃນສອງສາຍ  ຄື: ການອອກແບບແຜ່ນໂຄສະນາ ແລະ ການຈັກສານ ດ້ວຍໄມ້ໄຜ່ແລະຫວາຍ. ການແຂ່ງຂັນຄັ້ງນີ້ໄດ້ມີ ເກືອບ 1000 ຜົນງານ ຈາກ 6 ປະເທດ LM ສົ່ງເຂົ້າມາປະກວດ. ຜ່ານການຄັດເລືອກຢ່າງເອົາຈິງເອົາຈັງຂອງຄະນະກໍາມະການສາກົນໃນການຕັດ ສິນ, ຜົນງານຈັກສານດ້ວຍໄມ້ໄຜ່ “ECHO” ຂອງ ຫວັງ ຢີ່ເຈີ ເປັນຜົນງານດຽວທີ່ໄດ້ຮັບລາງວັນໃຫຍ່ໃນການແຂ່ງຂັນຄັ້ງນີ້; ຜົນງານ “ຈິດໃຈຂອງຊ່າງໄມ້ LM -- ຈັກສານອະນາຄົດ” ຂອງ ເຮີຊິ່ນເຢ້ຍ ແລະຜົນງານຂອງນັກສິລະປິນອື່ນທັງໝົດ 2 ຜົນງານ ໄດ້ຮັບລາງວັນທີ 1;  ຜົນງານ “Golden light of CARP” ຂອງ PIYANOOT SAIYAKIT ນັກສິລະປິນໄທ ແລະ ອີກ 10 ຜົນງານໄດ້ຮັບລາງວັນທີ 2;  ຜົນງານ  “ເຊື່ອມໂຍງຊາຕາກໍາ”ຂອງຫວັງຢາງແລະ ອີກ 20 ຜົນງານໄດ້ຮັບລາງວັນທີ 3;  ຜົນງານ “ ການບັນເລງເພງໝູ່ດ້ວຍເຄື່ອງດົນຕີ ຊູນແລະຈື (Perceive From Both Side)” ຂອງຊິ້ງສ່ຽວເວີນ ແລະ ອີກ 60 ຜົນງານ ໄດ້ຮັບລາງວັນດີເດັ່ນ. ບັນຊີລາຍຊື່ຜູ້ຮັບລາງວັນໃນການແຂ່ງຂັນຄັ້ງນີ້ ສາມາດເຂົ້າໄປເບິ່ງຕື່ມໄດ້ໃນເວັບໄຊການແຂ່ງຂັນທາງການ ແລະ ຜ່ານເບີວີແຊັດສາທາລະນະ.

ການແຂ່ງຂັນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກກອງທຶນສະເພາະກິດ LM  ຂອງກະຊວງການຕ່າງປະເທດ. ເລີ່ມແຕ່ປີ 2020 ເປັນຕົ້ນມາ, ກໍໄດ້ມີການຈັດການແຂ່ງຂັນຢ່າງເປັນປະຈໍາ, ປັດຈຸບັນກີດຈະກໍາດັ່ງກ່າວ ໄດ້ກາຍເປັນການເຄື່ອນໄຫວທີ່ມີລັກສະນະສິລະປະນານາຊາດ ທີ່ມີອິດທິພົນຫຼາຍໃນເຂດພາກພື້ນ LM. ການຈັດການແຂ່ງຂັນຄັ້ງນີ້ໄດ້ມີຜົນງານທີ່ສົ່ງເຂົ້າປະກວດເປັນຈໍານວນຫຼວງຫຼາຍ, ຊຶ່ງສະແດງໃຫ້ເຫັນເຖິງຜົນສໍາເລັດ ດ້ານຮີດຄອງປະເພນີວັດທະນະທໍາ ແລະ ສິລະປະຂອງອະລິຍະທໍາ ຂອງບັນດາປະເທດທີ່ຢູ່ລຽບຕາມເຂດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ພ້ອມນັ້ນກໍຍັງສະແດງໃຫ້ເຫັນເຖິງການພົວພັນແລກປ່ຽນ ແລະ ຖອດຖອນບົດຮຽນຢ່າງເລິກເຊິ່ງ ໃນດ້ານວັດທະນະທໍາ ພາຍໃຕ້ຂອບການຮ່ວມມື LM ຂອງ 6 ປະເທດ LM. ທ່ານ Chee Monil, ກຳມະການຈາກປະເທດກຳປູເຈຍ ແລະ ປະທານສະມາຄົມພັດທະນາສາຍພົວພັນ ກຳປູເຈຍ-ຈີນ ໄດ້ກ່າວວ່າ ຜົນງານຫຼາຍອັນທີ່ສົ່ງເຂົ້າປະກວດຄັ້ງນີ້ ແມ່ນເຕັມໄປດ້ວຍຄວາມຄິດສ້າງສັນ ແລະສະແດງໃຫ້ເຫັນເຖິງຄວາມມີຫົວຄິດປະດິດສ້າງອັນເຂັ້ມແຂງຂອງປະຊາຊົນບັນດາປະເທດ LM.